ອາຊຽນ ແລະ ອັງກິດ ເລີ່ມເຄື່ອນໄຫວການພົວພັນຄູ່ຮ່ວມມືເຈລະຈາ

(VOVWORLD) -ບັນດາເຈົ້າໜ້າທີ່ຂອງ 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບຫວ່າງມໍ່ໆມານີ້ຢູ່ ອາຊຽນ ແລະ ອັງກິດ
ອາຊຽນ ແລະ ອັງກິດ ເລີ່ມເຄື່ອນໄຫວການພົວພັນຄູ່ຮ່ວມມືເຈລະຈາ - ảnh 1(ພາບເວັບໄຊອາຊຽນ)

ວັນທີ 24 ມິຖຸນາ, ອາຊຽນ ແລະ ອັງກິດ ໄດ້ຈັດກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມືຮ່ວມ ອາຊຽນ - ອັງກິດ (AUKJCC) ແບບທາງໄກ. ບັນດາເຈົ້າໜ້າທີ່ຂອງ 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບຫວ່າງມໍ່ໆມານີ້ຢູ່ ອາຊຽນ ແລະ ອັງກິດ, ໃນນັ້ນມີຄວາມມານະພະຍາຍາມແກ້ໄຂໂລກລະບາດໂຄວິດ-19, ກໍຄືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        2 ຝ່າຍກໍ່ປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນຮ່ວມມື ອາຊຽນ - ອັງກິດ ໃນຫຼາຍຂົງເຂດຄື: ການເດີນເຮືອຢູ່ທະເລ; ການປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ; ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ; ການສຶກສາ; ວິທະຍາສາດ; ຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ ແລະ ຂໍ້ລິເລີ່ມເຊື່ອມໂຍງອາຊຽນ…

ຕອບກັບ

ຂ່າວ/ບົດ​ອື່ນ