(vovworld) - ເວທີປາໄສ ອາຊຽນ ແລະ ອົດສະຕາລີ ຄັ້ງທີ 25 ຫາກໍອັດລົງຢູ່ ມານີລາ ປະເທດ ຟິລິບປີນ ໂດຍໄດ້ອອກຖະແຫລງການສອງຝ່າຍຈະຍູ້ແຮງການຮ່ວມມືໃນຫລາຍຂົງເຂດກວ່າອີກ. ຖະແຫລງການຂອງບັນດາປະທານຮ່ວມເວທີປາໄສໃຫ້ຮູ້ວ່າ: “ບັນດາຝ່າຍເຂົ້າຮ່ວມໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ຕ້ານອາດຊະຍາກຳຂ້າມຊາດ, ໃນນັ້ນ ຕ້ານການກໍ່ການຮ້າຍ ແລະ ການຄ້າມະນຸດ, ຊຸກຍູ້ບັນຫາສິດທິມະນຸດ, ຮ່ວມມືການເດີນທະເລ, ສິ່ງແວດລອ້ມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຊີວະນາໆພັນກໍຄືສະບຽງອາຫານ ແລະ ຄວາມໝັ້ນຄົງດ້ານພະລັງງານ. ຕາມຖະແຫລງການແລ້ວ, ບັນດາຝ່າຍກໍເນັ້ນຫນັກເຖິງຄວາມສຳຄັນຂອງການສືບຕໍ່ການເຊື່ອມໂຍງພາກພື້ນ ແລະ ແກ້ໄຂຄວາມວິຕົກກັງວົນກ່ຽວກັບອາດຊະຍາກຳ ແລະ ອາດຊະຍາກຳຂ້າມຊາດຜ່ານບັນດາເວທີປາໄສຊຶ່ງ ອາຊຽນ ສວມບົດບາດເປັນໃຈກາງຄື: ກອງປະຊຸມສຸດຍອດ ອາຊີຕາເວັນອອກ, ເວທີປາໄສພາກພື້ນ ອາຊຽນ ແລະ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ເປີດກ້ວາງ. ບັນດາຝ່າຍຕີລາຄາສູງການປະກອບສ່ວນຂອງອົດສະຕາລີໃນການຮັດແຄບຊ່ອງວ່າງການພັດທະນາ, ຫລຸດຜ່ອນຄວາມທຸກຍາກອຶດຫິວ ແລະ ຊຸກຍູ້ການພັດທະນາແບບຍືນຍົງໃນພາກພື້ນ.