(ພາບ:vietnampuls.vn)
(VOV)- ວັນທີ 7/11, ຢູ່ນະຄອນຫຼວງນິວເດລີ ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີອາຊຽນ-ອິນເດຍ ກ່ຽວກັບພະລັງງານໃໝ່ ແລະ ພະລັງງານຜະລິດໃໝ່. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ
ເຈີນກວກແຄງ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Farooq Abdullaah ລັດຖະມົນຕີກະຊວງພະລັງງານໃໝ່ ແລະ ພະລັງງານຜະລິດໃໝ່ອິນເດຍ ເນັ້ນໜັກວ່າ: ບັນດາປະເທດອາຊຽນ ຕ້ອງຍູ້ແຮງການຮ່ວມມືໃນຂົງເຂດການຜະລິດພະລັງງານຄືນໃໝ່ ເພື່ອແນໃສ່ຫລຸດຜ່ອນການຂຶ້ນກັບແຫຼ່ງພະລັງງານຖ່ານຫີນ ແລະ ນ້ຳມັນ, ກອງປະຊຸມເຫັນດີເປັນເອກະສັນຈະເພີ່ມທະວີການໂອ້ລົມສົນທະນາ, ແບ່ງປັນເຕັກໂນໂລຊີ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການກໍ່ຄື ລະຫວ່າງບັນດາອົງການອຸດສາຫະກຳລະຫວ່າງບັນດາປະເທດອາຊຽນ ແລະ ອິນເດຍ. ປະຈຸບັນ, ຫຼາຍປະເທດອາຊຽນ ປາດຖະໜາຢາກຮ່ວມມືກັບອິນເດຍໃນຂົງເຂດພະລັງງານແສງຕາເວັນ, ພະລັງງານແຮງລົມ ແລະ ໄຟຟ້ານຳຕົກຂະໜາດນ້ອຍ.