ອາຊຽນ ໃຫ້ຄຳໝັ້ນ ສັນຍາປົກປ້ອງ ແລະ ຊຸກຍູ້ບັນດາສິດທິມະນຸດ
(ພາບປະກອບ: UN)
(vovworld) – ກອງປະຊຸມຄັ້ງທີ 27 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ຖືກໄຂຂຶ້ນໃນວັນທີ 08/09 ຢູ່ເຊີແນວ, ປະເທດສະວິດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ, ຜູ້ປະສານງານສະພາສິດທິມະນຸດຂອງອາຊຽນປີ 2014, ຫົວໜ້າຄະນະທຸຕານຸທູດຫວຽດນາມ ຢູ່ສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ເຊີແນວ ໄດ້ຢືນຢັນຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງອາຊຽນ ໃນການປົກປ້ອງ ແລະ ຊຸກຍູ້ບັນດາສິດທິມະນຸດ. ທ່ານເອກອັກຄະລັດຖະທູດຫງວຽນຈຸງແທ່ງ ຢືນຢັນຫຼັກການໃນການປົກປ້ອງ ແລະ ຊຸກຍູ້ບັນດາສິດທິມະນຸດຕ້ອງເໝາະສົມກັບສະພາບຂອງແຕ່ລະປະເທດ ແລະ ຢູ່ພາກພື້ນ. ອາຊຽນ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບຂ້າຫຼວງໃຫຍ່ ແລະ ປາດຖະໜາວ່າ ຂ້າຫຼວງໃຫຍ່ ແລະ ຫ້ອງການຂ້າຫຼວງໃຫຍ່ ຈະສືບຕໍ່ຮັບປະກັນລັກສະນະພາວະວິໄສ, ບໍ່ຈຳແນກ, ຫຼີກລ້ຽງມາດຖານຊ້ອນ ແລະ ຫັນການເຄື່ອນໄຫວຂອງຕົນເປັນການເມືອງ.