ອາຊຽນ+3ເພີ່ມທະວີການຮ່ວມມືດ້ານສື່ສານ
ພາບປະກອບ
(vovworld) – ກອງປະຊຸມລັດຖະມົນຕີສື່ສານ ອາຊຽນ ຄັ້ງທີ 12 ແລະ ກອງປະຊຸມລັດຖະມົນຕີ ສື່ສານ ອາຊຽນ + 3 ຄັ້ງທີ 3 ຖືກອັດລົງຢູ່ນະຄອນຫຼວງ Nay Pyi Taw ຂອງ ມຽນມາ ໃນວັນທີ 12/6, ດ້ວຍຖະແຫຼງການຮ່ວມຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານຂໍ້ມູນຂ່າສານ ແລະ ສື່ສານລະຫວ່າງບັນດາປະເທດໃນພາກພື້ນ. ຖະແຫຼງການຮ່ວມເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາປະເທດຢ່າງມີປະສິດທິຜົນເພື່ອແນໃສ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນພາກພື້ນບັນດາຜົນປະໂຫຍດຂອງການເຊື່ອມໂຍງ ແລະ ການສ້າງປະຊາຄົມ ອາຊຽນ ໃນປີ 2015. ບັນດາລັດຖະມົນຕີ ອາຊຽນ ໄດ້ເຫັນດີເປັນເອກະສັນວ່າ, ຂໍ້ມູນຂ່າວສານ ແລະ ສື່ສານຂອງບັນດາປະເທດຕ້ອງມີຫຼາຍຂົງເຂດ ແລະ ບັນດາບັນຫາຫຼາຍຝ່າຍເພື່ອແນໃສ່ສ້າງຄວາມເຂົ້າໃຈ, ສະໜິດຕິພັນລະຫວ່າງບັນດາປະເທດສະມາຊິກກ່ຽວກັບວັດທະນະທຳ, ປະຫວັດສາດ, ສາສະໜາ ແລະ ສັງຄົມ.