ອາເມລິກາຍົກອອກເງື່ອນ ໄຂປັບປຸງການພົວພັນ ກັບ ສປປ.ເກົາຫຼີ
(ພາບ: AFP/TTXVN)
(vovworld)- ວັນທີ 10/11, ປະທານາທິບໍດີອາເມລິກາ Barack Obama ປະກາດວ່າ:ເລື່ອງ ສປປ.ເກົາຫຼີ ປ່ອຍຕົວພົນລະເມືອງອາເມລິກາ ເປັນອິດສະຫລະ ພຽງແຕ່ແມ່ນ “ການກະທຳບໍ່ຫຼາຍປານໃດ“ ພ້ອມທັງໃຫ້ຮູ້ວ່າ: ພຽງຢາງ ຕ້ອງປ່ຽນແປງທັດສະນະຕໍ່ບັນຫາອາວຸດນິວເຄຼຍຖ້າຫາກປະເທດນີ້ຢາກປັບປຸງການພົວພັນກັບອາເມລິກາ.
ກ່າວຄຳເຫັນກັບວົງການນັກຂ່າວຢູ່ນະຄອນຫຼວງປັກກິງ, ປະເທດຈີນ, ປະທານາ ທິບໍດີອາເມລິກາ Barack Obama ເວົ້າວ່າ: “ພວກຂ້າພະເຈົ້າຢາກສະແດງທັດສະນະສະເໝີຕົ້ນສະເໝີປາຍທີ່ວ່າ: ເມື່ອໃດ ສປປ.ເກົາຫຼີ ມີຄວາມເຂັ້ມງວດຕໍ່ບັນຫາປອດອາວຸດນິວເຄຼຍໃນແຫຼມເກົາຫຼີ ແລະ ກະກຽມການເຈລະຈາກ່ຽວກັບຫົວເລື່ອງນີ້, ເວລານັ້ນ, ອາເມລິກາ ຈຶ່ງເປີດອົກເປີດໃຈກ່ວາອີກໃນການປັບປຸງການພົວພັນກັບ ສປປ.ເກົາຫຼີ“./.