ອາເມລິກາ,ຍີ່ປຸ່ນກ່າວເຕືອນສປປ.ເກົາຫຼີຢຸດຕິບັນດາການກະທຳເກາະຜິດ

ອາເມລິກາ,ຍີ່ປຸ່ນກ່າວເຕືອນສປປ.ເກົາຫຼີຢຸດຕິບັນດາການກະທຳເກາະຜິດ - ảnh 1
ການທົດລອງລູກສອນໄຟຂອງ ສປປ ເກົາຫຼີ

(vovworld) - ​​​ອາ​ເມ​ລິ​ກາ ມີ​​ຄຳ​ກ່າວ​ເຕືອນ​ຢ່າງ​ແຂງ​ກະ​ດ້າງ​ກັບ ສ​ປ​ປ ເກົາຫຼີ ກ່ຽວ​ກັບ​ການກ​ະ​ທຳ​ອາດ​ຈະ “​ທຳ​ລາຍ​ສະ​ຖຽນ​ລະ​ພ​າບ” ສ​ຳ​ລັບ​ພາກ​ພື້ນ, ພາຍຫຼັງ​ພຽງ​ຢາງ ຖະ​ແຫຼງ​ທົດ​ລອງ​ເຄື່ອງ​ກົນ​ຈັກ​ທີ່​ຕິດ​ຕັ້ງ​ໃຫ້​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ (ICBM) ທີ່​ສາ​ມາດ​ຍິງ​ເຖິງ ອາ​ເມ​ລິ​ກາ. ວັນ​ທ​ີ 9/4, ທ່ານ Mark Toner, ຜູ້​ຊ່ວຍ​ວຽກ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ຊີ້​ແຈ້ງວ່າ: ຝ່າຍ ອາ​ເມ​ລິ​ກາ ມີ​ບົດ​ລາຍ​ງານ​ກ່ຽວ​ກັບ​ຖະ​ແຫຼງ​ການ​ຂອງ ສ​ປ​ປ ເກົາຫຼີ ທີ່​ກ່ຽວ​ຂ້ອງ​ເຖິງເຕັກ​ໂນ​ໂລ​ຢີ ເຄື່ອງ​ກົນ​ຈັກ​ທີ່​ຕິດ​ຕັ້ງ​ໃຫ້​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ. ວໍ​ຊິງ​ຕັນ ຮ​ຽກ​ຮ້ອງ​ໃຫ້ ພຽງ​ຢາງ ລະ​ງັບ​ໃຈ​ໃນ​ບັນ​ດາ​ການ​ກະ​ທຳ ແລະ ຄຳ​ປະ​ກາດ​ອາດ​ຈະ​ກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ສຳ​ລັບ​ພາກ​ພື້ນ​ຕື່ມ​ອີິກ ແລະ ສ​ຸມ​ໃສ່​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ລະ​ອຽດ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ບັນ​ດາ​ຄ​ຳ​ໝັ້ນ​ສັນ​ຍາ ແລະ ໜ້າ​ທີ່​ສາ​ກົນ​ຢ່າງ​ເຂັ້ມ​ງວດ. ແລະ​ກໍ່​ໃ​ນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ​້​ປະ​ກາດ ສ​ປ​ປ ເກົາຫຼີ ຈະ​ຕ້ອງຮັບ​ສິ່ງ​ຕອບ​ແທນ​ທີ່​ຮ້າຍ​ແຮງຍ້ອນ​ບັນ​ດາ​ການ​ກະ​ທຳ​ມີ​ລັກ​ສະ​ນະ​ເກາະ​ຜິດ​ໂດຍບໍ່​ຫົວ​ຊາ​ຕໍ່​ປະ​ຕິ​ກິ​ລິ​ຍາ​ຂອງ​ປະ​ຊາ​ຄົມ​ໂລກ. 


ຂ່າວ/ບົດ​ອື່ນ