ອາເມລິກາ,ຍີ່ປຸ່ນ,ສ.ເກົາຫຼີກະກຽມການເຈລະຈາຂັ້ນສູງກ່ຽວກັບສປປ.ເກົາຫຼີ

ອາເມລິກາ,ຍີ່ປຸ່ນ,ສ.ເກົາຫຼີກະກຽມການເຈລະຈາຂັ້ນສູງກ່ຽວກັບສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: AFP)

(vovworld) - ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ.ເກົາ​ຫຼີ ພວມ​ສ້າງ​ແຜນ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຂັ້​ນ​ສູງ 3 ຝ່າຍ ໃນ​ວັນ​ທີ 19/04 ຢູ່​ນະ​ຄອນ​ຫຼວງ ເຊີ​ອຸນ, ປະ​ເທດ​ສ.ເກົາ​ຫຼີ ໃນ​ສະ​ພາບ​ການ​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເ​ກົ​າ​ຫຼີ ພວມ​ແກ່​ຍາວ ແລະ ມີ​ສັນ​ຍານ​ຊີ້​ໃຫ້​ເຫັນ​ວ່າ ສປ​ປ.ເກົາ​ຫຼີ ກະ​ກຽມ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 5. ການ​ທາ​ບ​ທາ​ມ​ຄວາມ​ເຫັນ 3 ຝ່າຍ ຈະ​ປຶກ​ສາ​ຫາ​ລື​ວິ​ທີ​ການ​ຮັບ​ມື​ກັບ​ບັນ​ດາ​ການ​ກະ​ທຳ​ຂອງ​ສ​ປ​ປ.ເກົາ​ຫຼີ, ພາຍ​ຫຼັງ​ທີ ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 4 ໃນ​ເດືອນ 01/2016 ແລະ ​ຫຼັງ​ຈາກນັ້ນ​ແມ່ນຍິງ​ລູກ​ສອນ​ໄ​ຟ​ນຳ​ດາວ​ທ​ຽມ​ຢ່າງ​ລຽນ​ຕິດ. 3 ຝ່າຍ​ກ​ໍ​ຈະ​ປຶກ​ສາ​ຫາ​ລື​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຕ້ານ ສ​ປ​ປ.ເກົາ​ຫຼີ, ພ້ອມ​ທັງ​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ຢ່າງ​ແຮ​ງ​ສຳ​ລັບ​ສ​ປ​ປ.ເກົາ​ຫຼີ​ ວ່າ, ບໍ່​ວ່າ​ການ​ກະ​ທຳ​ເກາະ​ຜິດ​ໃດ​ໆ ກໍ່​ຈະ​ຖືກ​ປະ​ຊາ​ຄົມ​ສາ​ກົນ​ລົງ​ໂທດ​ຢ່າງ​ຮ້າຍ​ແຮງກວ່າ.

ຂ່າວ/ບົດ​ອື່ນ