ອາເມລິກາ-ຍີ່ປຸ່ນ-ສ.ເກົາຫຼີປຶກສາຫາລືບັນດາມາດຕະການເພີ່ມທະວີການລົງໂທດສປປ.ເກົາຫຼີ
ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ. ເກົາຫຼີ
(ພາບ: EPA/TTXVN)
|
(vovworld) – ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ. ເກົາຫຼີ ໄດ້ພົບປະກັນຢູ່ ນິວຢອກ, ປະເທດ ອາເມລິກາ ໃນວັນທີ 18/9, ກ່ອນການຈັດກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ, ເພື່ອແນໃສ່ປຶກສາຫາລືກ່ຽວກັບການເພີ່ມທະວີບັນດາມາດຕະການລົງໂທດ ສປປ ເກົາຫຼີ ແລະ ເປີດກ້ວາງການຮ່ວມມື 3 ຝ່າຍພາຍຫຼັງການທົດລອງນິວເຄຼຍຄັ້ງທີ 5 ຂອງພຽງຢາງ. ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ John Kerry ພ້ອມກັບບັນດາຄູ່ຕຳແໜ່ງ ຍີ່ປຸ່ນ Fumio Kishida ແລະ ສ. ເກົາຫຼິີ Yun Byung – se, ນັບແຕ່ເມື່ອເຫດທົດລອງນິວເຄຼຍຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ. ນີ້ກໍ່ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາບັນຫາຕົ້ນຕໍໂດຍບັນດາການນຳໂລກປຶກສາຫາລືທີ່ກອງປະຊຸມໃຫຍ່ ສປຊ ຄັ້ງນີ້. ຖະແຫຼງການຮ່ວມຂອງລັດຖະມົນຕີການຕ່າງປະເທດ 3 ປະເທດຊີ້ແຈ້ງເລື່ອງ ສປປ ເກົາຫຼີ ບໍ່ສົນໃຈເຖິງບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ຫ້າມປະເທດນີ້ທົດລອງນິວເຄຼຍ ແລະ ລູກສອນໄຟ ໄດ້ກໍ່ຄວາມກົດດັນອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນສຳລັບປະຊາຄົມໂລກ. ຕາມຖະແຫຼງການແລ້ວ, ເນື້ອໃນບັນດາການປຶກສາຫາລືໄດ້ດຳເນີນໄປໄລຍະມໍ່ໆມານີ້ຢູ່ສະພາຄວາມໝັ້ນຄົງ ສປຊ ແມ່ນເພື່ອແນໃສ່ເພີ່ມທະວີການລົງໂທດ ສປປ ເກົາຫຼີ ແລະ ພິຈາລະນາບັນດາມາດຕະການອື່ນໆຂອງແຕ່ລະປະເທດ, ພິເສດແມ່ນບັນດາມາດຕະການຈຳກັດຢ່າງແຮງກ່ວາບັນດາແຫຼ່ງເງິນໃຫ້ແກ່ໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫຼີ, ໃນນັ້ນລວມມີບັນດາການເຄື່ອນໄຫວຜິດກົດໝາຍ. ເຖິງຢ່າງໃດກໍ່ຕາມ, ບັນດາລັດຖະມົນຕີການຕ່າງປະເທດ ກໍ່ຢັ້ງຢືນຄືນໃໝ່ຄວາມສາມາດມີການເຈລະຈາທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອແນໃສ່ປະຕິບັດການປອດນິວເຄຼຍໃນແຫຼມເກົາຫຼີຢ່າງສົມບູນ ແລະ ອາດຈະກວດກາຄືນໃນແຫຼມ ເກົາຫຼີ.