ອາເມລິກາຍາກທີ່ຈະຈັດວາງພາສີ ຕ້ານການພະຍຸງ ລາຄາສຳລັບກຸ້ງ ເເຊເຢັນຂອງ ຫວຽດນາມ

ອາເມລິກາຍາກທີ່ຈະຈັດວາງພາສີ ຕ້ານການພະຍຸງ ລາຄາສຳລັບກຸ້ງ ເເຊເຢັນຂອງ ຫວຽດນາມ - ảnh 1

ກຸ້ງ​ເ​ເຊ​ເຢັນ​-​ທ່າ​ແຮງສົ່ງ​ອອກ​ຂອງ​ຫວຽດນາມ

(ພາບ:gdtd.vn)

(vovworld) – ​​​ວັນທີ 7/2, ຄະນະ​ກຳມະການ​ການ​ຄ້າ​ສາກົນ​ອາ​ເມ​ລິ​ກາ​ ​ຕົກລົງ​ຈະ​ດຳ​ເນີນ​ບັນດາ​ລະບຽບ​ກົດໝາຍ​ສຳລັບ​ເຫດການ​ຟ້ອງ​ຮ້ອງ​ຕ້ານ​ການ​ພະຍຸ​ງລາຄາ​ສຳລັບ​ກຸ້ງ​​ແຊ​ເຢັນ​ນຳ​ເຂົ້າຈາກ​ຫວຽດນາມ ​ແລະ ປະ​ເທດ​ອື່ນ​ຈຳນວນໜຶ່ງຫຼື​ບໍ່. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ, ທ່ານ Mathew McConkey ບໍລິສັດ​ກົດໝາຍ Mayer Brown ຢືນຢັນ​ວ່າ:

   “ຕໍ່ໜ້າ​ຄະນະ​ກຳມະການ​ການ​ຄ້າ​ສາກົນ, ພວກ​ຂ້າພະ​ເຈົ້າ​ໄດ້​ຢືນຢັນ​ວ່າ: ກຸ້ງ​ທຳ​ມະ​ຊາດ​ຢູ່​ອາ​ເມລິ​ກາ ​ແລະ ກຸ້ງ​ລ້ຽງ​ນຳ​ເຂົ້າຈາກ​ຫວຽດນາມ ​ແມ່ນ​ສອງ​ຜະ​ລິດ​ຕະພັນ​ທີ່​ແຕກ​ຕ່າງ​ກັນ ​ແລະ ບໍ່​ມີ​ການ​ແກ່ງ​ແຍ້​ງຊື່​ງກັນ ​ແລະ ກັນ. ກຸ້ງ​ລ້ຽງຂອງ​ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ ຫຼື​ຈີນ ​ແມ່ນ​ຄູ່​​ແຂ່ງ​ຂອງ​ກັນ ຫາກ​ບໍ່​ແມ່ນ​ກຸ້ງ​ທຳ​ມະ​ຊາດ​ຂອງ​ອາ​ເມ​ລິ​ກາ. ພວກ​ຂ້າພະ​ເຈົ້າ​ໄດ້​ຊີ້​ແຈ້ງ​ກັບຄະນະ​ກຳມະການ​ການ​ຄ້າ​ສາກົນວ່າ: ກູ້​ງນຳ​ເຂົ້າຈາກ​ຫວຽດນາມ ຫຼື​ບໍ່​ວ່າ​ປະ​ເທດ​ໃດ ລ້ວນ​ແຕ່​ບໍ່​ສາມາດ​ກໍ່​ຜົນ​ສະທ້ອນ​ດ້ານເສດຖະກິດຕໍ່​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ​ກຸ້ງ​ຂອງ​ອາ​ເມ​ລິ​ກາ​ ໄດ້ ສະນັ້ນ​ເຫດການ​ຟ້ອງ​ຮ້ອງ​ນີ້​ຕ້ອງ​ຖືກຍົກ​ເລິກ

   ຕາມທ່ານ Mathew McConkey ​ແລ້ວ, ​ໃນ​​ເຫດການ​ຟ້ອງ​ຮ້ອງ​ນີ້, ຂະ​ແໜງ​ຜະລິດ​ກຸ້ງ​ຂອງ​ຫວຽດນາມ ພວມ​ມີ​​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງຄື: ຫວຽດນາມ ​ໄດ້​ດຳ​ເນີນ​ບັນດາ​ລະບຽບ​ການ​ດ້ານ​ກົດໝາຍ​ທີ່​ກ່ຽວຂ້ອງ​ຢ່າງ​ໄວວາ, ຫວຽດນາມ ຍັງ​ມີ​ປະສົບ​ການ​ແກ້​ໄຂ​ບາງ​ເຫດການ​ຟ້ອງ​ຮ້ອງ​ຕ້ານ​ການ​ພະຍຸ​ງລາຄາ​ກ່ອນ​ນັ້ນ.

    ກ່ອນ​ໜ້ານັ້ນ, ວັນ​ທີ 18/1, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການຈະ​ສືບສວນ​ເຫດການຮ້ອງ​ຟ້ອງ​ຕ້ານການ​ພະຍຸ​ງລາຄາ​ສຳລັບ​ກຸ້ງ​ແຊ​ເຢັນ​ນຳ​ເຂົ້າຈາກ​ຫວຽດນາມ ​ແລະ ບາງ​ປະ​ເທດ​ອື່ນໆ. ຂໍ້​ຕົກລົງດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ອີງ​ຕາມ​ບັນດາ​ຄຳ​ກ່າວ​ຜູກ​ໂທດ​ໄຮ້​ເຫດຜົນ​ຂອງ​ສະຫະພັນ​ອຸດສາຫະກຳ​ກຸ້ງ​ເຂດ​ອ່າວ ກ່ຽວ​ກັບ​ການ​ແກ້ງ​ແຍ້​ງບໍ່​​ໂປ່ງ​ໄສ​ລະຫວ່າງ​ກຸ້ງ​ທຳ​ມະຊາດ​ອາ​ເມ​ລິ​ກາ ​ແລະ ກຸ້ງ​ລ້ຽງ​ນຳ​ເຂົ້າ.


ຂ່າວ/ບົດ​ອື່ນ