(ພາບປະກອບ:tienphong.vn)
(vovworld)- ກ່ອນເວລາ 2 ວັນທີ່ຈະດຳເນີນການພົບປະລະຫວ່າງອາເມລິກາ, ຍີ່ປຸ່ນ ແລະ ສເກົາຫລີ ຢູ່ວໍຊິງຕັນ ກ່ຽວກັບສະພາບການໃນແຫລມເກົາຫລີ, ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Barack Obama ປະກາດວ່າ: ອາເມລິກາ ພ້ອມແລ້ວທີ່ຈະພິຈາລະນາຂໍ້ສະເໜີເຈລະຈາຂອງ ສປປເກົາຫລີ ຢ່າງເຂັ້ມງວດ ແຕ່ພຽງຢາງ ຕ້ອງມີບັນດາການກະທຳລະອຽດເພື່ອຢຸດຕິໂຄງການອາວຸດນິວເຄຼຍ. ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດອາເມລິກາ ຢືນຢັນວ່າ: ອາເມລິກາ ຕົກລົງດຳເນີນການເຈລະຈາກັບ ສປປເກົາຫລີ ຄືສ່ວນໜຶ່ງຂອງວິວັດການເຈລະຈາ 6 ຝ່າຍ.
ກ່ອນໜ້ານັ້ນ, ສປປເກົາຫລີ ສະເໜີຈັດການເຈລະຈາຂັ້ນສູງສອງຝ່າຍກັບອາເມລິກາ ແຕ່ພັດເວົ້າວ່າບໍ່ຄວນຍົກອອກບັນດາເງື່ອນໄຂຕັດສິນຊີ້ຂາດ ແລະ ບໍ່ພຽງແຕ່ບັນຫາປົດອາວຸດນິວເຄຼຍເທົ່ານັ້ນ, ຫາກຍັງຕ້ອງປຶກສາຫາລືສັງລວມກ່ວາກ່ຽວກັບແຫລມເກົາຫລີ ອີກດ້ວຍ.