ອາເມລິກາສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບອາຊຽນ

(VOVWORLD) -ກະຊວງການຕ່າງປະເທດອາເມລິກາ ພ້ອມກັບບັນດານັກສຳມະນາກອນຂຶ້ນກັບໂຄງການຂໍ້ລິເລີ່ມການນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ (YSEALI) ຫາກໍ່ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດອາເມລິກາ - ອາຊຽນ ແລະ 50 ປີແຫ່ງວັນສ້າງຕັ້ງອາຊຽນ.

ອາເມລິກາສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບອາຊຽນ - ảnh 1ອາເມລິກາສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບອາຊຽນ

(ພາບ: TTXVN)

ກ່າວຄຳເຫັນທີ່ເຫດການ, ທ່ານຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ກ່ຽວກັບອາຊີ - ປາຊີຟິກ Walter Douglas ແລະ ທ່ານຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງສຶກສາ ແລະ ວັດທະນະທຳ Alyson Grunder ຢືນຢັນວ່າ, ອາເມລິກາ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອາເມລິກາ ພັດທະນາໃນຫຼາຍດ້ານ. ໃນການພົວພັນຄູ່ຮ່ວມມືຍຸດທະສາດນັ້ນ, YSEALIໄດ້ສວມບົດບາດສຳຄັນໃນການຊຸກຍູ້ການແລກປ່ຽນວັດທະນະທຳ, ສັງຄົມລະຫວ່າງ 2 ຝ່າຍ.  ຮອງຜູ້ຊ່ວຍວຽກທັງ 2 ທ່ານເຊື່ອໝັ້ນວ່າ, ບັນດານັກສຳມະນາກອນຂອງໂຄງການຈະຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນອາເມລິກາ - ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ