(ພາບ:soha.vn)
(vovworld)-ໃນຄວາມມານະພະຍາຍາມເພື່ອແນໃສ່ແກ້ໄຂເຫດການກ່ຽວຂ້ອງເຖິງອະດີດພະລາກອນອົງການສືບລາຊະການລັບອາເມລິກາ Edward Snowden ຊື່ງໄດ້ເຜີຍລັບບັນດາໂຄງການສອດແນມຂອງອົງການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ ພ້ອມທັງເພີ່ມຄວາມຈະແຈ້ງໃນການເຄື່ອນໄຫວຕ່າງໆຂອງປະຊາຄົມສືບລາຊະການລັບອາເມລິກາ, ວັນທີ 12/8, ປະທານາທິບໍດີ ອາເມລີກາ B.Obama ໄດ້ອອກຄຳສັ່ງສ້າງຕັ້ງໜ່ວຍງານຕີລາຄາກ່ຽວກັບການສືບລາຊະການລັບ ແລະ ເຕັກໂນໂລຊີສື່ສານ. ໜ່ວຍງານນີ້ມີໜ້າທີ່ສຳຄັນແມ່ນຕີລາຄາກ່ຽວກັບການຜັນຂະຫຍາຍບັນດາການເຄື່ອນໄຫວສືບລາຊະການລັບໃນສະພາບແວດລ້ອມໃໝ່ດ້ວຍຄວາມກ້າວໜ້າຂອງເຕັກໂນໂລຊີສື່ສານ. ປະທານາທິບໍດີ ອາເມລິກາ B.Obama ຢືນຢັນວ່າ: ອາເມລິກາ ດຳເນີນການເກັບກຳຂໍ້ມູນຂ່າວສືບລາຊະການລັບເພື່ອປົກປ້ອງຜົນປະໂຫຍດຂອງປະເທດຊາດ, ປຊຊ, ບັນດາປະເທດພັນທະມິດ, ຄູ່ຮ່ວມມືຕໍ່ໜ້າບັນດາໄພນາບຂູ່ຄວາມສະຫງົບປອດໄພ.