ອາເມລິກາ,ອັງກິດ,ຝລັ່ງ ບຸກໂຈມຕີຊີຣີ: ປະທານາທິບໍດີອາເມລິກາໂອ້ລົມທາງໂທລະສັບກັບການນຳອັງກິດ,ຝລັ່ງ

(VOVWORLD) -ວັນທີ 14 ເມສາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີບັນດາການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ກ່ຽວກັບບັ້ນບຸກໂຈມຕີທາງອາກາດແນໃສ່ຊີຣີ ໂດຍ 2 ປະເທດດຳເນີນກ່ອນນີ້ 1 ວັນ.

ອາເມລິກາ,ອັງກິດ,ຝລັ່ງ ບຸກໂຈມຕີຊີຣີ: ປະທານາທິບໍດີອາເມລິກາໂອ້ລົມທາງໂທລະສັບກັບການນຳອັງກິດ,ຝລັ່ງ - ảnh 1 ປະທານາທິບໍດີອາເມລິກາໂອ້ລົມທາງໂທລະສັບກັບການນຳອັງກິດ,ຝລັ່ງ

(ພາບປະກອບ: AFP/TTXVN)

ຕາມທຳນຽບຂາວແລ້ວ, ທ່ານ Trump ແລະ ທ່ານ Macron ໄດ້ຢືນຢືນຄືນໃໝ່ໃນການໂອ້ລົມທາງໂທລະສັບວ່າ ບັ້ນບຸກໂຈມຕີຖືກດຳເນີນຢ່າງ ສຳເລັດຜົນ ແລະ ໄດ້ສວມບົດບາດສຳຄັນໃນເລື່ອງສະກັດກັ້ນຊີຣີ ນຳໃຊ້ອາວຸດເຄມີຕື່ມອີກ. ໃນການໂອ້ລົມທາງໂທລະສັບສະເພາະ, ທ່ານປະທານາທິບໍດີ Trump ໄດ້ຂອບໃຈທ່ານນາງນາຍົກລັດຖະມົນຕີ May ຍ້ອນການໜູນຊ່ວຍໃນບັນດາບັ້ນບຸກໂຈມຕີທາງອາກາດ. ກ່ອນໜ້ານັ້ໜ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຖະແຫຼງວ່າ ກຳລັງທະຫານປະສົມອາເມລິກາ - ອັງກິດ - ຝລັ່ງ ໄດ້ເລີ່ມດຳເນີນບັ້ນຮົບຢູ່ຊີຣີ ແນໃສ່ອຳນາດການປົກຄອງຂອງປະທານາທິບໍດີ Bashar al Assad ແລະ ຊີ້ແຈ້ງວ່າ, ການບຸກໂຈມຕີຍ້ອນສົງໄສນຳໃຊ້ອາວຸດເຄມີຢູ່ເທດສະບານເມືອງ Douma ຂອງປະເທດນີ້ແມ່ນ “ການກະທຳປິນຂັ້ນໄດ”.

ຕອບກັບ

ຂ່າວ/ບົດ​ອື່ນ