ອາເມລິກາ,ອົດສະຕາລີ ແລະຍີ່ປຸ່ນຮຽກຮ້ອງ ການແກ້ໄຂການຂັດແຍ້ງ ບົນທະເລໂດຍສັນຕິວິທີ

ອາເມລິກາ,ອົດສະຕາລີ ແລະຍີ່ປຸ່ນຮຽກຮ້ອງ ການແກ້ໄຂການຂັດແຍ້ງ ບົນທະເລໂດຍສັນຕິວິທີ - ảnh 1

ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ນາຍົກລັດຖະມົນຕີອົດສະຕາ​ລີ Tony Abbott  ​ແລະ ນາຍົກລັດຖະມົນຕີຍີ່ປູ່ນ Shinzo Abe ທີ່ ກອງ​ປະຊຸມ G20

 (ພາບ: Reuters)

(vovworld)- ​ ວັນ​ທີ 16/11, ​ໃນ​ໂອ​ກາດ​ເຂ​ົ້າຮ່ວມກອງ​ປະຊຸມ​ຂັ້ນສູງກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົນ​ເດັ່ນ​ຂຶ້ນ​ອັນ​ດັບ 1 ​ໃນ​ໂລກ (G20) ພວມ​ຈັດ​ຂຶ້ນຢູ່​ອົດ​ສະ​ຕາ​ລີ, ການ​ນຳ​ບັນດາ​ປະ​ເທດອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ ​ແລະ ຍີ່ປຸ່ນ ​ໄດ້​ດຳ​ເນີນ​ການພົບ​ປະ​ເຈລະຈາ 3 ຝ່າ​ຍ​ເພື່ອ​ແນ​ໃສ່​ປັບປຸງ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູພາກ​ພື້ນ​ອາຊີ-​ປາຊີ​ຟິກ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະ​ເຈະລຈາ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ນາຍົກລັດຖະມົນຕີອົດສະຕາ​ລີ Tony Abbott  ​ແລະ ນາຍົກລັດຖະມົນຕີຍີ່ປູ່ນ Shinzo Abe ​ໄດ້​ຮຽກຮ້ອງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງບົນ​ທະ​ເລ​ໂດ​ຍສັນຕິ​ວິທີ, ຕາມ​ກົດໝາຍ​ສາກົນ, ພ້ອມ​ທັງ​ຊຸກຍູ້​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ຖ້ຽວ​ບິນ​ຕ່າງໆ​ໃນ​ເຂດ​ນ່ານທະ​ເລ​ທີ່​ເກີດ​ຄວາມ​ຂັດ​ແຍ້​ງ. ຖະ​ແຫຼ​ງການ​ຮ່ວມ​ຍັງ​ໃຫ້​ຮູ້​ວ່າ, ການ​ນຳ 3 ປະ​ເທດ​ໄດ້​ໃຫ້​ຄຳໝັ້ນສັນຍາ​ຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ 3 ປະ​ເທດທີ່​ເຄີຍມີ​ຄວາມ​ໜັກ​ແໜ້ນ​ແລ້ວ​ໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ ​ແລະ ຢືນຢັນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ ​ແລະ ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ຮັບປະກັນ​ອະນາຄົດ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ​ນີ້./.

ຂ່າວ/ບົດ​ອື່ນ