ທ່ານ Chuck Gagel ແລະ ທ່ານ Itsunori Onodera ເມື່ອເດືອນ 4/2013
(ພາບ: AP)
(vovworld)-ວັນທີ 4/1, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Chuck Gagel ໄດ້ໂອລົມທາງໂທລະສັບກັບຄູ່ຕຳແໜ່ງຍີ່ປຸ່ນ, ທ່ານ Itsunori Onodera ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ໃນນັ້ນທ່ານຮຽກຮ້ອງໃຫ້ຍີ່ປຸ່ນ ຈົ່ງປັບປຸງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ.
ກ່ຽວກັບການພົວພັນດ້ານປ້ອງກັນຊາດ, ທ່ານເຈົ້າຂອງທຳນຽບ 5 ແຈ ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຍີ່ປຸ່ນ ໃນການຮັບປະກັນການເຊັນອະນຸມັດໜັງສືອະນຸຍາດກໍ່ສ້າງຮາກຖານການທະຫານແຫ່ງໃໝ່ ແທນໃຫ້ຖານທີ່ໝັ້ນ Futenma. ທ່ານລັດຖະມົນຕີ Chuck Gagel ກໍ່ຍົກສູງຂໍ້ຕົກລົງເຈລະຈາສັນຍາຄຸ້ມຄອງສິ່ງແວດລ້ອມສອງຝ່າຍກັບຍີ່ປຸ່ນ ເພື່ອສ້າງຂອບເຂດແກ້ໄຂບັນດາບັນຫາສິ່ງແວດລ້ອມເກີດຂຶ້ນຈາກການເຄື່ອນໄຫວດ້ານການທະຫານຂອງອາເມລິກາ ຢູ່ຍີ່ປຸ່ນ ເປັນຢ່າງດີ.
ສອງຝ່າຍຍັງປຶກສາຫາລືກ່ຽວກັບການຜັນຂະຫຍາຍ ຣາດາ ປ້ອງກັນລູກສອນໄຟ TPY-2 ໄປຍີ່ປຸ່ນ ແລະ ແຜນການສະເໜີ “ແນວທາງຊີ້ນຳການຮ່ວມມືດ້ານການປ້ອງກັນຊາດລະຫວ່າງອາເມລິກາ-ຍີ່ປຸ່ນ ມຸ່ງໄປສູ່ອະຍນາຄົດ“./.