ອາເມລິກາເຊັນລັດຖະດຳລັດບໍລິຫານກ່ຽວກັບບັນດາຄຳສັ່ງລົງໂທດໃໝ່ຕໍ່ສປປ.ເກົາຫຼີ

(VOVWORLD) -ວັນທີ 21 ກັນຍາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດລັດຖະດຳລັດບໍລິຫານ ຈັດວາງບັນດາຄຳສັ່ງລົງໂທດໃໝ່

ອາເມລິກາເຊັນລັດຖະດຳລັດບໍລິຫານກ່ຽວກັບບັນດາຄຳສັ່ງລົງໂທດໃໝ່ຕໍ່ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: Reuters)

ຕາມນັ້ນແລ້ວໄດ້ອຳນວຍຄວາມສະດວກໃຫ້ແກ່ການເບີດກວ້າງບັນຊີລາຍຊື່ດຳກ່ຽວກັບບັນດາສ່ວນບຸກຄົນ ແລະ ອົງການທີ່ມີການເຄື່ອນໄຫວດຳເນີນທຸລະກິດກັບສປປ.ເກົາຫຼີ ໃນນັ້ນມີທັງການເຄື່ອນໄຫວຂົນສົ່ງທາງທະເລ ແລະ ບັນດາເຄືອຂ່າຍການຄ້າ, ຮັດແໜ້ນການຕິດຕາມກວດກາບັນດາໂຄງການນິວເຄຼຍ ແລະ ລູກສອນໄຟຂອງພຽງຢາງ ກວ່າອີກ.

        ກ່າວຄຳເຫັນພາຍຫຼັງການຮັບປະທານອາຫານທ່ຽງພ້ອມກັບບັນດາການນຳຍີ່ປຸ່ນ ແລະ ສ.ເກົາຫຼີ, ທ່ານ Trump ຖະແຫຼງວ່າ “ລັດຖະດຳລັດບໍລິຫານໃໝ່ຂອງພວກຂ້າພະເຈົ້າຈະຕັດຕອນບັນດາແຫຼ່ງລາຍຮັບອຸປະຖຳໃຫ້ບັນດາຄວາມມານະພະຍາຍາມຂອງສປປ.ເກົາຫຼີ ເພື່ອແນໃສ່ພັດທະນາອາວຸດລ້າງຜານມະນຸດ”. ຄຳຖະແຫຼງດັ່ງກ່າວຂອງທ່ານ Trump ຖືກຍົກອອກມາພາຍຫຼັງບາງປະເທດມະຫາອຳນາດສຳຄັນໃນໂລກປະກາດບັນດາມາດຕະການທີ່ຄ້າຍຄືກັນເພື່ອກໍ່ຄວາມກົດດັນຕໍ່ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ