ອາເມລິກາເພີ່ມທະວີການຮ່ວມມືກັບກຳລັງປະຕິບັດກົດໝາຍບົນທະເລຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້
ປະທານາທິບໍດີ B Obama
|
(vovworld)- ວັນທີ 8/10, ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ B Obama ໄດ້ປະກາດວ່າ ອາເມລິກາ ຈະເພີ່ມການຫນູນຊ່ວຍກຳລັງປະຕິບັດກົດໝາຍບົນທະເລຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີ ຫວຽດນາມ. ທ່ານ Wiliiam Brownfiel ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ຂໍ້ລິເລີ່ມໃຫມ່ ດ້ວຍຈຳນວນເງິນກວ່າ 100 ລ້ານ USD ຊື່ງອຳນາດການປົກຄອງ ປະທານາທິບໍດີ B Obama ຫາກໍ່ປະກາດ ແມ່ນເພື່ອຫນູນຊ່ວຍເພີ່ມທະວີກຳລັງຄວາມສາມາດຂອງບັນດາກຳລັງປະຕິບັດກົດໝາຍບົນທະເລຂອງ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ລວມມີ: ມາເລເຊຍ, ຟິລີບປີນ, ອິນໂດເນເຊຍ ແລະ ຫວຽດນາມ.