ອາເມລິກາເລີ່ມຕົ້ນວິວັດການໃຫ້ສັດຕະຍາບັນສັນຍາTPP
ປະທານາທິບໍດີ ອາເມລິກາ B.Obama
|
(vovworld)- ວັນທີ 5/11, ປະທານາທິບໍດີ ອາເມລິກາ B. Obama ຢືນຢັນ: ສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP ຈະຊ່ວຍຊຸກຍູ້ການເຕີບໂຕເສດຖະກິດ ອາເມລິກາ, ໃນຂະນະຍັງສືບຕໍ່ຮັບປະກັນບັນດາສິດຜົນປະໂຫຍດຂອງຄົນງານ ແລະ ປົກປັກຮັກສາສິ່ງແວດລ້ອມ. ປະທານາທິບໍດີ ອາເມລິກາ B. Obama ຮັບຮູ້ວ່າ: TPP ແມ່ນຖືຜົນປະໂຫຍດຂອງຄົນງານເປັນຕົ້ນຕໍ ຍ້ອນວ່າ ນີ້ແມ່ນຂໍ້ຕົກລົງດ້ານການຄ້າ ມີມາດຕະຖານແຮງງານສູງສຸດໃນປະຫວັດສາດ. ທ່ານເວົ້າວ່າ: ຖ້າຫາກສະພາແຫ່ງຊາດ ອາເມລິກາ ບໍ່ຮັບຮອງເອົາຂໍ້ຕົກລົງນີ້ ວຽກເຮັດງານທຳຂອງປະຊາຊົນ ອາເມລິກາ ຖືກນາບຂູ່. ປະທານາທິບໍດີ ອາເມລິກາ B. Obama ເນັ້ນຫນັກວ່າ: TPP ຈະສ້າງຕະຫລາດຢ່າງສະເຫມີພາບໃຫ້ບັນດາວິສາຫະກິດ ອາເມລິກາ, TPP ບໍ່ພຽງແຕ່ແກ້ໄຂຮົ້ວກີດຂວາງດ້ານການຄ້າທີ່ເຄີຍກໍ່ຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດຂະຫນາດນ້ອຍຂອງອາເມລິກາ ເທົ່ານັ້ນ ຫາກຍັງວາງອອກບັນດາຂໍ້ກຳນົດກ່ຽວກັບສິດຜົນປະໂຫຍດຂອງຄົນງານອາເມລິກາອີກດ້ວຍ. ບໍ່ພຽງແຕ່ເທົ່ານັ້ນ TPP ຍັງແມ່ນຂໍ້ຕົກລົງດ້ານການຄ້າ ວາງອອກບັນດາຄຳໝັ້ນສັນຍາປົກປັກຮັກສາສິ່ງແວດລ້ອມຢ່າງແຮງທີ່ສຸດໃນປະຫວັດສາດ.