ອາເມລິກາແລະກູບາເປີດສະຖານທູດ:ໄລຍະໃໝ່ໃນການພົວພັນ2ຝ່າຍ
ທ່ານປະທານ Raul Castro ແລະ ທ່ານປະທານາທິບໍດີ Barack Obama ຢູ່ນອກກອງປະຊຸມສຸດຍອດບັນດາປະເທດ ທະວີບ ອາເມລິກາ ເມື່ອວັນທີ 11/4
(ພາບ: AFP)
|
(vovworld) – ພາຍຫຼັງເກືອບ 7 ເດືອນທີ່ດຳເນີນການເຈລະຈາ 4 ຮອບ, ວັນທີ 1/7, ວິວັດການສ້າງການພົວພັນລະຫວ່າງ ອາເມລິກາ ແລະ ກູບາ ເປັນປົກກະຕິ ບັນລຸໄດ້ບາດກ້າວທີ່ມີລັກສະນະປະຫວັດສາດດ້ວຍເລື່ອງ 2 ປະເທດເຫັນດີເປັນເອກະສັນເປີດສະຖານທູດຄືນໃໝ່ໃນທ້າຍເດືອນນີ້. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ທຳນຽບຂາວ, ໂດຍມີການເຂົ້າຮ່ວມຂອງທ່ານຮອງປະທານາທິບໍດີ Joe Biden, ທ່ານປະທານາທິບໍດີ Barack Obama ຖະແຫຼງວ່າ: ການພົວພັນທາງການທູດລະຫວ່າງ ອາເມລິກາ - ກູບາ ໄດ້ຫັນເປັນປົກກະຕິຄືນໃໝ່ພາຍຫຼັງກ່ວາເຄິ່ງສະຕະວັດດ້ວຍເລື່ອງທັງ 2 ປະເທດຕົກລົງເປີດສະຖານທູດຄືນໃໝ່ ຢູ່ວໍຊິງຕັນ ແລະ ລາຮາວານ ໃນທ້າຍເດືອນນີ້. ທ່ານປະທານາທິບໍດີ Obama ໄດ້ຖືວ່ານີ້ແມ່ນບາດກ້າວມີລັກສະນະປະຫວັດສາດໃນຄວາມມານະພະຍາຍາມລວມຂອງ 2 ປະເທດເພື່ອແນໃສ່ຫັນການພົວພັນລະຫວ່າງ 2 ລັດຖະບານ ແລະ ປະຊາຊົນ 2 ປະເທດເປັນປົກກະຕິ.
ກໍ່ໃນວັນທີ 1/7, ລັດຖະບານ ກູບາ ໄດ້ຖະແຫຼງກ່ຽວກັບຂໍ້ຕົກລົງສ້າງຕັ້ງການພົວພັນທາງການທູດກັບ ອາເມລິກາ ຄືນໃໝ່, ພ້ອມທັງເນັ້ນໜັກຄືນເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ 2 ຝ່າຍຫັນການພົວພັນເປັນປົກກະຕິນັ້ນແມ່ນ ວໍຊິງຕັນ ຕ້ອງລົບລ້າງການຂວ້ຳບາດດ້ານເສດຖະກິດທີ່ຈັດວາງຕໍ່ປະເທດນີ້ໃນກ່ວາເຄິ່ງສະຕະວັດທີ່ຜ່ານມາ.