ອາ​ເມ​ລິ​ກາ - ຈີນ ສິ້ນ​ສຸດ​ວັນ​ເຈ​ລະ​ຈາ​ທຳ​ອິດ​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ

(VOVWORLD) - ວັນທີ 9 ພຶດສະພາ (ຕາມເວລາ ອາເມລິກາ), ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຈີນໄດ້ສິ້ນສຸດວັນເຈລະຈາທຳອິດໃນແຜນການ 2 ວັນຂອງຮອບເຈລະຈາທາບທາມຄວາມເຫັນດ້ານເສດຖະກິດ ແລະ ການຄ້າຂັ້ນສູງເທື່ອທີ 11 ເຊິ່ງໄດ້ດຳເນີນຢູ່ ວໍຊິງຕັນ
ອາ​ເມ​ລິ​ກາ - ຈີນ ສິ້ນ​ສຸດ​ວັນ​ເຈ​ລະ​ຈາ​ທຳ​ອິດ​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ - ảnh 1ທ່ານ  Steven Mnuchin ລັດຖະມົນຕີການເງິນ ອາເມລິກາ, ທ່ານ ຫຼຽວເຄືອ ຜູ້ຕາງໜ້າຝ່າຍຈີນ ,ທ່ານ Robert Lightizer ຜູ້ຕາງໜ້າດ້ານການຄ້າຝ່າຍອາເມລິກາ (ພາບ: THX/TTXVN)

ຕາມນັ້ນແລ້ວ, ທ່ານ ຫຼຽວເຄືອ, ຜູ້ຕາງໜ້າຝ່າຍຈີນ ແລະ ທ່ານ Robert Lightizer ຜູ້ຕາງໜ້າດ້ານການຄ້າຝ່າຍອາເມລິກາ, ທ່ານ  Steven Mnuchin ລັດຖະມົນຕີການເງິນ ອາເມລິກາ, ຜູ້ຕາງໜ້າຝ່າຍ ອາເມລິກາ, ໄດ້ມີການປຶກສາຫາລືທີ່ແກ່ຍາວເປັນເວລາ 90 ນາທີ ແລະ ສອງຝ່າຍຈະພົບປະກັນໃໝ່ໃນວັນທີ 10 ພຶດສະພາ (ຕາມເວລາ ອາເມລິກາ). ເຖິງຢ່າງໃດກໍ່ຕາມ, ທັງສອງຝ່າຍລ້ວນແຕ່ບໍ່ເປີດເຜີຍຂໍ້ມູນຂ່າວສານໃດໆກັບສື່ມວນຊົນພາຍຫຼັງອອກຈາກຫ້ອງປະຊຸມ.

        ກ່ອນໜ້ານັ້ນ, ເມື່ອຕອບສຳພາດຕໍ່ສື່ມວນຊົນໃນເວລາທີ່ເມື່ອຫາກໍ່ມາເຖິງ ວໍຊິງຕັນ, ທ່ານ ຫຼຽວເຄືອ ໃຫ້ຮູ້ວ່າໃນສະພາບການປັດຈຸບັນ, ທ່ານຫວັງວ່າບັນດາການແລກປ່ຽນກັບຝ່າຍ ອາເມລິກາ ຈະດຳເນີນໄປຢ່າງກົງໄປກົງມາ ແລະ ເໝາະສົມ.

ກ່ອນທີ່ດຳເນີນການເຈລະຈາດັ່ງກ່າວ 2 – 3 ຊົ່ວໂມງ ທ່ານ Donald Trump ໄດ້ສະແດງຄວາມຫວັງຈະບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບຈີນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າອາດຈະບັນລຸໄດ້ຂໍ້ຕົກລົງໃນອາທິດນີ້, ເມື່ອບັນດານັກເຈລະຈາພົບປະກັນຢູ່ ວໍຊິງຕັນ ເພື່ອແນໃສ່ສິ້ນສຸດການຂັດແຍ່ງດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ