ອາເມລິກາ ຍື່ນຮ່າງມະຕິ ລົງໂທດສປປ.ເກົາຫຼີ

ອາເມລິກາ ຍື່ນຮ່າງມະຕິ ລົງໂທດສປປ.ເກົາຫຼີ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 21/01, ອາ​ເມ​ລິ​ກາ ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮ່າງ​ມະຕິ​ລົງ​ໂທດ ສປປ.​ເກົາ​ຫີຼ, ພາຍຫຼັງ​ທີ່​ປະ​ເທດ​ນີ້​ດຳ​ເນີນ​ການ​ຍິງ​ດາວ​ທຽມ​ໃນ​ວັນ​ທີ 12/12/212. ພ້ອມ​ກັນ​ນັ້ນ, ອາ​ເມ​ລິ​ກາ ກໍ​ຍັງ​ຮຽກຮ້ອງ​ໃນຫ້ວົງ​ຄະນະ​ຍາດ​ສາກົນ​​ເລັ່ງລັດ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ພຽງ​ຢາງ​ກວ່າ​ອີກ. ນັກ​ການ​ທູດ​ຜູ້​ໜຶ່ງ​ໂດຍ​ບໍ່​ເຜີຍ​ຊື່​ໄດ້​​ໃຫ້​ຮູ້​ວ່າ ຮ່າງ​ມະຕິ​ສະບັບນີ້​​ແມ່ນ​ຈະ​ຖືກ​ນຳ​ມາ​ປ່ອນ​ບັດ​ຮັບຮອງ​ເອົາ​ໃນ​ກາງ​ອາທິດ​ນີ້.

        ກ່ອນ​ໜ້າ​ນັ້ນ, ​ເມື່ອ​ຕົ້ນ​ອາທິດ, ຈີນ ​ໄດ້​ສະ​ເໜີ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຄອນ​ຮັບຮອງ​ເອົາ​ມະຕິ​ຢ່າງ​ລະມັດລະວັງ​ກ່ຽວ​ກັບ ສປປ.​ເກົາຫຼີ, ຖື​ວ່າ​ນີ້​ແມ່ນ​ວິ​ທີທີ່​ດີ​ເພື່ອ​ຮັບປະກັນບໍ່​ປະໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​​ປິນ​ຂັ້ນ​ໃດ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ​ລັດ​ເຊຍ RIA Novosti ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳ​ສະຫະ​ປະຊາ​ຊາດ Vitaly Churkin, ​ໂດຍ​ໃຫ້​ຮູ້​ວ່າ, ມົດສກູ ສະໜັບສະໜູ​ບຮ່າງ​ມະຕິ ​ແລະ ​ເນັ້ນ​ໜັກ​ວ່າ ທັດສະນະ​ຂອງ​ລັດ​ເຊຍ​ ແມ່ນການ​ຍິງ​ລູກສອນ​ໄຟ​ຂອງ ສປປ.​ເກົາຫຼີ ​ໄດ້​ລະ​ເມີດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ເພາະສະ​ນັ້ນ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຈຳ​ເປັນ​ຕ້ອງ​ມີ​ປະຕິກິລິຍາ​ຕໍ່​ການ​ກະທຳ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ