(vovworld) – ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ວາງແຜນຈັດກອງປະຊຸມໃນທ້າຍເດືອນ 05 ນີ້ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືເພື່ອຮັບມືກັບໂຄງການນິວເຄຼຍຂອງສປປ.ເກົາຫຼີ. ກອງປະຊຸມຈະດຳເນີນໄປຢູ່ນອກກອງປະຊຸມຂັ້ນສູງຄວາມໝັ້ໜຄົງອາຊີຢູ່ສິງກະໂປ ເຊິ່ງຈະດຳເນີນໃນລະຫວ່າງວັນທີ 30/05 – 01/06. ນີ້ແມ່ນກອງປະຊຸມປະຈຳປີລະຫວ່າງ 3 ປະເທດ ແຕ່ຫົວຂໍ້ລະອຽດຂອງກອງປະຊຸມຍັງບໍ່ໄດ້ປະກາດເທື່ອ. ນອກຈາກກອງປະຊຸມ 3 ຝ່າຍດັ່ງກ່າວ, ລັດຖະບານສ.ເກົາຫຼີ ກໍ່ພວມສົ່ງເສີມບັນດາການພົບປະສະເພາະ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ Kim Kwan jin ກັບ ຄູ່ຕຳແໜ່ງອາເມລິກາ Chuck Hagel ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈາງກວານຈວຽນ. ເນື້ອໃນຕົ້ນຕໍ່ໃນການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ - ຈີນ ແມ່ນຄວາມສາມາດດຳເນີນການທົດລອງນິວເຄຼຍຂອງ ສປປ.ເກົາຫຼີ ຄັ້ງຕໍ່ໄປ.