ອາເມລິກາ ປະກາດບົດລາຍງານຢືນຢັນບໍ່ມີຄູ່ຄ້າໃດຄອບງຳເງິນຕາ

(VOVWORLD) -ວັນທີ 28 ພຶດສະພາ, ກະຊວງການເງິນອາເມລິກາ ໄດ້ປະກາດບົດລາຍງານຢືນຢັນວ່າ, ບໍ່ມີຄູ່ຄ້າໃດຂອງອາເມລິກາ, ນັບທັງຈີນ ຄອບງຳເງິນຕາ.

ເຖິງຢ່າງໃດກໍ່ຕາມ, ກະຊວງດັ່ງກ່າວໄດ້ຮຽກຮ້ອງໃຫ້ຈີນ ຫຼີກລ້ຽງການເຮັດໃຫ້ເງິນຢວນ ສືບຕໍ່ອ່ອນຕົວລົງ.

        ບົດລາຍງານດັ່ງກ່າວໄດ້ຮັບການປະກາດ 2 ປີ ເທື່ອໜຶ່ງ, ເຊິ່ງໄດ້ຮັບການລໍ້ຖ້າໃນສະພາບທີ່ສະກຸນເງິນຢວນອ່ອນຕົວລົງ ເຮັດໃຫ້ສິນຄ້າທີ່ສົ່ງອອກຂອງບັນດາປະເທດໄປຍັງອາເມລິກາ ມີລັກສະນະແກ່ງແຍ້ງສູງກວ່າ ແລະ ອາດຈະສົ່ງຜົນສະທ້ອນເຖິງບັນດາຄວາມມານະພະຍາຍາມໃນປະຈຸບັນຂອງວໍຊິງຕັນ ເພື່ອແນໃສ່ຫຼຸດຜ່ອນສະພາບຂາດຄວາມດຸ່ນດ່ຽງ ການຄ້າທົ່ວໂລກ.

        ດ້ວຍບັນຊີລາຍຊື່ເປີດກວ້າງ, ກະຊວງການເງິນອາເມລິກາ ໄດ້ເພີ່ມ 9 ຄູ່ຄ້າ, ໃນນັ້ນມີຈີນ ເຂົ້າໃນເປົ້າໝາຍ “ຄວນໄດ້ຮັບການຕິດຕາມກວດກາກ່ຽວກັບຄວາມຊິນເຄີຍເງິນຕາ”.

ຕອບກັບ

ຂ່າວ/ບົດ​ອື່ນ