ອາເມລິກາ ປະກາດອະນຸຍາດໃຫ້ລົງທຶນຢູ່ ສປປ ເກົາຫຼີ ຖ້າຫາກວ່າ ພຽງຢາງ ຍົກເລີກໂຄງການນິວເຄຼຍ

(VOVWORLD) - ວໍຊິງຕັນ ຈະອະນຸຍາດໃຫ້ບັນດາວິສາຫະກິດພາກເອກະຊົນປະເທດນີ້ລົງທຶນເຂົ້າພຽງຢາງ, ໜູນຊ່ວຍປະເທດອາຊີຕາເວັນອອກສ່ຽງເໜືອນີ້ ສ້າງລະບົບພະລັງງານຮັບໃຊ້ການດຳລົງຊີວິດ

ອາເມລິກາ ປະກາດອະນຸຍາດໃຫ້ລົງທຶນຢູ່ ສປປ ເກົາຫຼີ ຖ້າຫາກວ່າ ພຽງຢາງ ຍົກເລີກໂຄງການນິວເຄຼຍ - ảnh 1 ທ່ານ Mike Pompeo, ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ

(ພາບ: AFP/TTXVN)

ຖ້າຫາກວ່າ ສປປ ເກົາຫຼີ ຕົກລົງຍົກເລີກໂຄງການອາວຸດນິວເຄຼຍຢ່າງສິ້ນເຊິງ, ສິ່ງດັ່ງກ່າວຈະພາໄປເຖິງເລື່ອງ “ຫລຸດຜ່ອນບັນດາມາດຕະການລົງໂທດ” ແນໃສ່ ສປປ ເກົາຫຼີ. ທ່ານ Mike Pompeo, ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ຍົກອອກຖະແຫຼງການໃນວັນທີ 13 ພຶດສະພາ. ທີ່ການຕອບສຳພາດນັກຂ່າວຊ່ອງໂທລະພາບ Fox News, ການນຳກະຊວງການຕ່າງປະເທດ ອາເມລິກາ ໄດ້ຢັ້ງຢືນວ່າ: ວໍຊິງຕັນ ຈະອະນຸຍາດໃຫ້ບັນດາວິສາຫະກິດພາກເອກະຊົນປະເທດນີ້ລົງທຶນເຂົ້າພຽງຢາງ, ໜູນຊ່ວຍປະເທດອາຊີຕາເວັນອອກສ່ຽງເໜືອນີ້ ສ້າງລະບົບພະລັງງານຮັບໃຊ້ການດຳລົງຊີວິດ. ນອກຈາກນັ້ນ, ອາເມລິກາ ກໍ່ພ້ອມແລ້ວຈະຊ່ວຍລົງທຶນເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງ ແລະ ກະສິກຳ, ຮັບປະກັນແຫຼ່ງສະໜອງສະບຽງອາຫານໃຫ້ແກ່ປະຊາຊົນ ສປປ ເກົາຫຼີ ຖ້າຫາກວ່າ ພຽງຢາງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ວໍຊີງຕັນໄດ້.

        ຖະແຫຼງການຂອງຜູ້ນຳກະຊວງການຕ່າງປະເທດ ອາເມລິກາ ໄດ້ຍົກອອກມາໃນສະພາບການພົບປະສຸດຍອດ ອາເມລິກາ ແລະ ສປປ ເກົາຫຼີ ເປັນຄັ້ງທຳອິດໄດ້ຖືກຂຶ້ນແຜນການຊຶ່ງຈະຈັດຕັ້ງຢູ່ສິງກະໂປ ໃນວັນທີ 12 ມິຖຸນາ ທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ