ອາ​ເມ​ລິ​ກາ ຢັ້ງ​ຢືນ​ການ​ພົວ​ພັນສຳພັນທະມິດກັບ ຍີ່ປຸ່ນ ຄືນ​ໃໝ່

(VOVWORLD) - ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ວິໄສທັດລວມ ອາເມລິກາ-ຍີ່ປຸ່ນ ກ່ຽວກັບພາກພື້ນ ມະຫາສະມຸດ ອິນເດຍ-ປາຊີຟິກ ເປິດ ແລະ ເສລີ ດ້ວຍການພົວພັນ ອາເມລິກາ-ຍີ່ປຸ່ນແມ່ນພື້ນຖານໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນນີ້.
ອາ​ເມ​ລິ​ກາ ຢັ້ງ​ຢືນ​ການ​ພົວ​ພັນສຳພັນທະມິດກັບ ຍີ່ປຸ່ນ ຄືນ​ໃໝ່      - ảnh 1ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ

ໃນວັນທີ 05 ຕຸລາ ຫ້ອງການໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ  ຈະມີການຢ້ຽມຢາມ ຍີ່ປຸ່ນ ໃນລະຫວ່າງ ວັນທີ 05-07 ຕຸລາ ເພື່ອແນໃສ່ຊຸກຍູ້ການພົວພັນສຳພັນທະມິດລະຫວ່າງ 2 ປະເທດ ແລະ ເພື່ອຄວາມເປີດອົກເປີດໃຈ, ໂປ່ງໃສ, ວັດທະນາຖາວອນ, ມີຄວາມຮັບຜິດຊອບ ແລະ ສັນຕິພາບ ຢູ່ພາກພື້ນ ມະຫາສະມຸດ ອິນເດຍ-ປາຊີຟິກ ແລະ ໃນໂລກ. ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ວິໄສທັດລວມ ອາເມລິກາ-ຍີ່ປຸ່ນ ກ່ຽວກັບພາກພື້ນ ມະຫາສະມຸດ ອິນເດຍ-ປາຊີຟິກ ເປິດ ແລະ ເສລີ ດ້ວຍການພົວພັນ ອາເມລິກາ-ຍີ່ປຸ່ນແມ່ນພື້ນຖານໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນນີ້. ອາເມລິກາ ກໍ່ເນັ້ນໜັກວ່າ ຈະສືບຕໍ່ປັບປຸງການຮ່ວມມື 3 ຝ່າຍ ອາເມລິກາ-ຍິີ່ປຸ່ນ-ສ.ເກົາຫຼີ ໃນການປະເຊີນໜ້າກັບບັນດາໂຄງການລູກສອນໄຟນຳວິຖີຂອງ ສ.ປ.ປ ເກົາຫຼີ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ