ອາເມລິກາ ຢືນຢັນເປົ້າໝາຍປອດນິວເຄຼຍໃນແຫຼມເກົາຫຼີ
(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຢືນຢັນຄືນໃໝ່ເປົ້າໝາຍຂອງວໍຊິງຕັນ ແມ່ນປອດນິວເຄຼຍໃນແຫຼມເກົາຫຼີ ແລະ ສ້າງສາ “ອະນາຄົດອັນສົດໄສ” ໃຫ້ແກ່ປະຊາຊົນສປປ.ເກົາຫຼີ.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo
(ພາບ: AFP)
|
ວັນທີ 03 ພຶດສະພາ, ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ABC New, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຢືນຢັນຄືນໃໝ່ເປົ້າໝາຍຂອງວໍຊິງຕັນ ແມ່ນປອດນິວເຄຼຍໃນແຫຼມເກົາຫຼີ ແລະ ສ້າງສາ “ອະນາຄົດອັນສົດໄສ” ໃຫ້ແກ່ປະຊາຊົນສປປ.ເກົາຫຼີ. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາພາຍຫຼັງເຫດຍິງປຶນປະທະກັນຢູ່ເຂດປອດການທະຫານ (DMZ) ຢູ່ເຂດຊາຍແດນທາງບົກລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຕອນເຊົ້າວັນດຽວກັນ.
ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໃຫ້ຂໍ້ສັງເກດວ່າ, ເຫດຍິງປືນປະທະກັນດັ່ງກ່າວແມ່ນ “ບໍ່ມີເຈດຕະນາ” ແລະ ອາເມລິກາ ຍັງສືບຕໍ່ເດີນຕາມ “ພາລະໜ້າທີ່ບໍ່ປ່ຽນແປງ”, ນັ້ນແມ່ນ “ເກ້ຍກ່ອມພຽງຢາງ ປະລະອາວຸດນິວເຄຼຍ”.