ອາເມລິກາ ລົງໂທດບັນດາບໍລິສັດ ລັດເຊຍ, ຈີນ ລະເມີດຄຳສັ່ງຂວ້ຳບາດ ສປປ.ເກົາຫຼີ
(VOVWORLD) - ວັນທີ 15 ສິງຫາ, ກະຊວງການເງິນ ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດແນໃສ່ບັນດາບໍລິສັດຂອງ ລັດເຊຍ ແລະ ຈີນ ທີ່ລະເມີດຄຳສັ່ງຂວ້ຳບາດເສດຖະກິດ ສປປ.ເກົາຫຼີ.
(ພາບປະກອບ VTC) |
ໂດຍລະອຽດແມ່ນ, ກະຊວງການເງິນ ອາເມລິກາ ໄດ້ກ່າວຫາບໍລິສັດ Dalian Sun Moon Star International Logistics Trading ມີສຳນັກງານຕັ້ງຢູ່ ຈີນ ແລະ ມີສາຂາ SINSMS ຢູ່ ສິງກະໂປ ໄດ້ປອມແປງເອກະສານເພື່ອຂົນສົ່ງເຫລົ້າ ແລະ ຢາສູບໄປຍັງ ສປປ.ເກົາຫຼີ. ນອກນັ້ນ, ບໍລິສັດ Profinet ຢູ່ ລັດເຊຍ ກໍ່ຖືກກ່າວຫາລະເມີດບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດ ດ້ວຍເລື່ອງສະໜອງການບໍລິການທ່າກ່ຳປັ່ນໃຫ້ແກ່ບັນດາທ່ຳປັ່ນທີ່ປັກທຸງ ສປປ.ເກົາຫຼີ, ແມ່ນບັນດາທ່າກ່ຳປັ່ນໃນບັນຊີລາຍຊື່ຖືກລົງໂທດ.
ອາທິດກ່ອນ, ອາເມລິກາ ໄດ້ປະກາດການຈັດວາງຄຳສັ່ງລົງໂທດທະນາຄານການຄ້າ Agrosoyuz ທີ່ມີສຳນັກງານຕັ້ງຢູ່ ມົດສະກູ, ເຈົ້າຂອງທະນາຄານເປັນຊາວ ສປປ.ເກົາຫຼີ Ri Jong Won, ບໍລິສັດ Dandong Zhongsheng Industry & Trade ມີສຳນັກງານຕັ້ງຢູ່ ຈີນ ແລະ ກຸ່ມບໍລິສັດ Korea Ungum ມີສຳນັກງານຕັ້ງຢູ່ ສປປ.ເກົາຫຼີ ດ້ວຍຄຳກ່າວຫາວ່າ ບັນດາເປົ້າໝາຍດັ່ງກ່າວມີການເຄື່ອນໄຫວແລກປ່ຽນກັບບັນດາອົງການໃນບັນຊີລາຍຊື່ລົງໂທດຂອງ ວໍຊິງຕັນ.