ອາເມລິກາ ສືບຕໍ່ລົງໂທດບັນດາບໍລິສັດ ແລະ ພົນລະເມືອງ ລັດເຊຍ

(VOVWORLD) - ຕາມກະຊວງການເງິນ ອາເມລິກາ ແລ້ວ, ບັນດາອົງກອນນີ້ໄດ້ປະກອບສ່ວນໂດຍກົງໃຫ້ແກ່ວິວັດການຍົກລະດັບເຄືອຂ່າຍສາຍກາບ...

ວັນທີ 11 ມິຖຸນາ, ກະຊວງການເງິນ ອາເມລິກາ ໄດ້ປະກາດລົງໂທດບຸກຄົນ 3 ຄົນ ແລະ 5 ອົງກອນຂອງລັດເຊຍ ຍ້ອນກ່ຽວຂ້ອງເຖິງບັນດາການເຄື່ອນໄຫວເຕັກໂນໂລຊີ ກໍ່ຜົນຮ້າຍເຖິງ ອາເມລິກາ ເຊິ່ງລວມມີການໜູນຊ່ວຍດ້ານວັດຖຸອຸປະກອນ ແລະ ເຕັກໂນໂລຊີໃຫ້ແກ່ອົງການສືບລາຊະການລັບລັດເຊຍ.

        ລະອຽດຄື, ຕາມກະຊວງການເງິນ ອາເມລິກາ ແລ້ວ, ບັນດາອົງກອນນີ້ໄດ້ປະກອບສ່ວນໂດຍກົງໃຫ້ແກ່ວິວັດການຍົກລະດັບເຄືອຂ່າຍສາຍກາບ ແລະ ລະບົບຄອມພິວເຕີຂອງລັດເຊຍ ໃນຂະນະທີ່ຮ່ວມມືກັບອົງການປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ (FSB). ກະຊວງການເງິນ ອາເມລິກາ ຖືວ່າ ບັນດາວຽກງານນີ້ອາດຈະນາບຂູ່ເຖິງຄວາມປອດໄພ ແລະ ຄວາມໝັ້ນຄົງຂອງ ອາເມລິກາ ກໍ່ຄືບັນດາສຳພັນທະມິດຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ