ອາເມລິກາ ຮຽກຮ້ອງໃຫ້ບັນດາປະເທດອິດສະລາມ ປະຈັນບານໃນບັ້ນຮົບຕ້ານລັດທິຫົວຮຸນແຮງ
(VOVWORLD) - ກ່າວຄຳເຫັນຕ່ໍການນຳ 55 ປະເທດອິດສະລາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ບັນດາປະເທດມີຊາວມຸດສະລິມ ກວມອັດຕາສ່ວນຫຼາຍຄວນນຳໜ້າໃນບັ້ນຮົບຕ້ານຫົວຮຸນແຮງ.
ຕຳຫຼວດດຳເນີນການກວາດລ້າງພາກສ່ວນອິດສະລາມຫົວຮຸນແຮງ ຢູ່ນະຄອນ Barcelona. (ພາບ: EPA/TTXVN) |
ວັນທີ 21 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງການນຳບັນດາປະເທດອິດສະລາມຍົກອອກທັດສະນະຄັດຄ້ານການໃຊ້ຄວາມຮຸນແຮງ ໃນນາມສາສະໜາ, ພ້ອມທັງໄດ້ພັນລະນາບັ້ນຮົບຕ້ານລັດທິຫົວຮຸນແຮງແມ່ນ “ບັ້ນຮົບລະຫວ່າງເຈດຕະນາດີ ແລະ ເຈດຕະນາຮ້າຍ. ກ່າວຄຳເຫັນຕ່ໍການນຳ 55 ປະເທດອິດສະລາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ບັນດາປະເທດມີຊາວມຸດສະລິມ ກວມອັດຕາສ່ວນຫຼາຍຄວນນຳໜ້າໃນບັ້ນຮົບຕ້ານຫົວຮຸນແຮງ. ທ່ານປະທານາທິບໍດີ Donald Trump ກໍ່ກະຕຸກຊຸກຍູ້ບັນດາປະເທດ ອິດສະລາມ ຮັບປະກັນບໍ່ໃຫ້ບັນດາພວກກໍ່ການຮ້າຍສາມາດຊອກບ່ອນຫຼົບລີ້ຢູ່ປະເທດເຫຼົ່ານີ້ໄດ້.