(vovworld) - ວັນທີ 5/12, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hilary Clinton ໄດ້ເລັ່ງລັດ ອີຍີບ ດຳເນີນການປຶກສາຫາລືກ່ຽວກັບບັນດາຄວາມບໍ່ລົງລວຍກັນກ່ຽວກັບລັດຖະທຳມະນູນສະບັບໃໝ່ ພ້ອມທັງຢືນຢັນຕ້ອງດຳເນີນການເຈລະຈາຢູ່ປະເທດ ອາຟະລິກາເໜືອ ນີ້ຢ່າງຮີບດ່ວນ. ຕາມທ່ານນາງລັດຖະມົນຕີການຕ່າງປະເທດ Hilary Clinton ແລ້ວ, ຕ້ອງມີການເຈລະຈາສອງຝ່າຍ, ແລກປ່ຽນຄວາມເຫັນບົນຈິດໃຈເຄົາລົບບັນດາທັດສະນະ ກໍຄືຄວາມວິຕົກກັງວົນຂອງຊາວ ອີຍີບ ກ່ຽວກັບວິວັດການສ້າງລັດຖະທຳມະນູນ ແລະ ຄວາມໝັ້ນຄົງຂອງລັດຖະທຳມະນູນ.
ໃນຂະນະນັ້ນ, ການປະທະກັນໄດ້ເກີດຂຶ້ນລະຫວ່າງບັນດາຝ່າຍທີ່ສະໜັບສະໜູນ ແລະ ຄັດຄ້ານທ່ານປະທານນາທິບໍດີ Morsi ໃນຕອນຄໍ່າວັນທີ 5/12 ຕໍ່ໜ້າທຳນຽບປະທານາທິບໍດີ. ຕຳຫຼວດຕ້ອງໃຊ້ແກັດນ້ຳຕາເພື່ອຍຸບເລີກ ແລະ ໄດ້ສ້າງເຂດປ້ອງກັນຢູ່ອ້ອມທຳນຽບປະທານາທິບໍດີເພື່ອຮັບປະກັນຄວາມປອດໄພ.