ອາເມລິກາ ຮຽກຮ້ອງ ສປປ ເກົາຫຼີ ປະລິໂຄງການນິວເຄຼຍ

ອາເມລິກາ ຮຽກຮ້ອງ ສປປ ເກົາຫຼີ ປະລິໂຄງການນິວເຄຼຍ - ảnh 1
ທ່ານ​ປະທານາທິບໍດີ Obama ກ່າວ​ຄຳ​ເຫັນ​ທີ່​ມະຫາວິທະຍາ​ໄລ​ການ​ຕ່າງ​ປະ​ເທດ Hankuk
(ພາບ: ອີນ​ເຕີ​ເນັດ)

(vovworld) – ​ເມື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຄັ້ງ​ທີ 2 ຢູ່​ສ ​ເກົາຫຼີ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຮຽກຮ້ອງ​ໃຫ້ ສປປ ​ເກົາຫຼີ ລະ​ປະ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້ ​ແລະ ຕອບ​ສະໜອງ​ຄຳ​ຮຽກຮ້ອງຂອງ​ປະຊາ​ຄົມ​ໂລກ​ຢ່າງ​ຕັ້ງໜ້າ. ກ່າວ​ຄຳ​ເຫັນ​ທີ່​ມະຫາວິທະຍາ​ໄລ​ການ​ຕ່າງ​ປະ​ເທດ Hankuk ຂອງ ສ​ ​ເກົາຫຼີ​ໃນ​​ໂອກາດການ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2 ນີ້, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Obama ​ເວົ້າ​ວ່າ: ທ່ານ​ຢາກ​ສົ່ງ​ສານ​ເຖິງ​ວົງ​ການ​ການ​ນຳ​ຂອງ ພຽງ​ຢາງ​ໂດຍ​ກົງ​ວ່າ: ອາ​ເມ​ລິ​ກາ​ບໍ່ຢາກ​ເປັນ​ປໍ​ລະ​ປັກ, ​ແຕ່​ບັນດາ​ການ​ກະທຳ ​ເກາະ​ຜິດຂອງ ສປປ ​ເກົາຫຼີ ຈະ​ນຳ​ມາ​ເຊິ່ງຜົນຮ້າຍ​ຢ້ອນ​ຫຼັງ​ທີ່​ບໍ່​ດີ.

        ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Obama ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ລັດ​ເຊຍ ​ແລະ ຈີນ ​ເພື່ອ​ປຶກສາ​ຫາລື​ບັນຫາ​ນິວ​ເຄຼຍຂອງ ອີຣານ ​ແລະ ສປປ ​ເກົາຫຼີ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​ການ​ພົບ​ປະ​ສິ້ນ​ສຸດ​ລົງ, ບັນດາ​ຝ່າຍ​ກໍ​ບໍ່​ບັນລຸ​ໝາກຜົນ​ບຸກທະລຸ​ໃດໆ. ທ່ານ​ປະທານ​ປະ​ເທດຈີນ ຮູ​ຈີນ​ເທົ່າ ​ເວົ້າ​ວ່າ: ປັກ​ກິ່ງ ​ໄດ້​ພິຈາລະ​ນາ​ແຜນການ​ຍິງ​ດາວ​ທຽ​ມຂອງ ສປປ ​ເກົາຫຼີ​ຢ່າງ​ເຂັ້ມ​ງວດ ພ້ອມ​ກັນ​ນັ້ນຈີນ​ກໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ແຜນການ​ນີ້​ຂອງ​ພຽງ​ຢາງ. ການ​ນຳ​ອາ​ເມ​ລິ​ກາ ​ແລະ ຈີນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະ​ພິຈາລະນາ​ບັນດາ​ບາດກ້າວ​ທີ່​ເໝາະ​ສົມ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ