ອາເມລິກາ ແລະ ຍີ່ປຸ່ນ ຢັ້ງຢືນຄືນໃໝ່ການເພີ່ມທະວີການຮ່ວມມືມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ

(VOVWORLD) - ວັນທີ 26 ເມສາ, ທີ່ການພົບປະເຈລະຈາຢູ່ນະຄອນຫລວງ ວໍຊິງຕັນ ປະເທດ ອາເມລິກາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຢັ້ງຢືນຄືນໃໝ່ເຈດຈຳນົງເພີ່ມທະວີການຮ່ວມມືມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ ແລະ ປາຊີຟິກ ເສລີ ແລະ ເປີດປະຕູ. 
ອາເມລິກາ ແລະ ຍີ່ປຸ່ນ ຢັ້ງຢືນຄືນໃໝ່ການເພີ່ມທະວີການຮ່ວມມືມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: AFP/TTXVN)

ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ຍີ່ປຸ່ນ ທ່ານໜຶ່ງ ໃຫ້ຮູ້ວ່າ: ການນຳ 2 ທ່ານ ກໍ່ໄດ້ຢືນຢັນວ່າ: 2 ລັດຖະບານຈະສົມທົບກັນເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນທີ່ສຸດໃນໂລກ (G20) ຄາດວ່າຈະດຳເນີນໃນລະຫວ່າງວັນທີ 28 – 29 ມິຖຸນາ ຈະມາເຖິງຢູ່ Osaka, ຍີ່ປຸ່ນ ຈະປະສົບຜົນສຳເລັດ.

        ກ່ຽວກັບບັນຫາ ສປປ.ເກົາຫຼີ, ທ່ານປະທານາທິບໍດີ Donald Trump ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ລັດຖະບານ 2 ປະເທດຄວນສົມທົບກັນຢ່າງແໜ້ນແຟ້ນ ແລະ ພ້ອມກັບ ສ.ເກົາຫຼີ ເພື່ອສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ