ອາເມລິກາ ແລະ ລັດເຊຍ ເຫັນດີສືບຕໍ່ ປັບປຸງການພົວພັນສອງຝ່າຍຄືນໃຫມ່

ອາເມລິກາ ແລະ ລັດເຊຍ ເຫັນດີສືບຕໍ່      ປັບປຸງການພົວພັນສອງຝ່າຍຄືນໃຫມ່ - ảnh 1
ທ່ານ Barack Obama  ແລະ  ທ່ານ Vladimia Putin
ພາບ: baomoi.com

(vovworld) - ​ເກືອບ​ 1 ອາທິດ​ພາຍ​ຫລັງ​ທີ່​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Vladimia Putin ຍາດ​​ໄດ້​​ໄຊຊະນະ, ວັນ​ທີ 9/3, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barac Obama ​ໄດ້​ໂທລະ​ສັບ​ອວຍພອນ​ທ່ານ Putin ທີ່​ຍາດ​​ໄດ້​​ໄຊຊະນະ​ນ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ລັດ​ເຊຍ​ໃນ​ວັນ​ທີ 4/3 ຜ່ານ​ມາ. ​ໃນ​ຖະ​ແຫລ​ງການ, ທຳນຽບຂາວ​ໃຫ້​ຮູ້​ວ່າ ປະທານາທິບໍດີ Obama ​ແລະ ປະທານາທິບໍດີ​ຄົນ​ໃຫມ່ຂອງ​ລັດ​ເຊຍ Putin ​ໄດ້​ເຫັນ​ດີ​ຈະ​ເສີມ​ຂະຫຍາຍ​ມາດ​ຕະການ​ປັບປຸງ​ການ​ພົວພັນ​ສອງ​ຝ່າຍ​ຄືນ​ໃຫມ່. ​ໂຄສົກ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ, ທ່ານ Josh Earnest ​ໃຫ້​ຮູ້​ວ່າ: ຜູ້ນຳ​ສອງ​ທ່ານ​ໄດ້​ຊີ້​ໃຫ້​ເຫັນ​ບັນດາ​ຜົນງານ​ຊຶ່ງ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​ບັນລຸ​ໄດ້​ໃນ 3 ປີຜ່ານມາ​ພາຍ​ໃຕ້​ສະ​ໄໝ​ຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Dmitry Medvedev ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ໃນ​ບັນຫາ​ອາບ​ກາ​ນິສະຖານ ​ແລະ ອີຣານ, ​ເລື່ອງ​ສຳ​ເລັດ ​ແລະ ​ໃຫ້​ສັດຕະ​ຍາ​ບັນ​ສົນທິສັນຍາ​ຫລຸດຜ່ອນ​ອາວຸດ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ໃຫມ່ ​ແລະ ​ເລື່ອງ​ລັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ