ແຫຼມເກົາຫຼີ
(ພາບ: mdsoft.vn)
(vovworld)- ກຳລັງແຮງຂອງສຳພັນທະມິດອາເມລິກາ ແລະ ສາເກົາຫຼີ ຍັງຈະແມ່ນຂໍ້ກຸນແຈຮັກສາສະຖຽນລະພາບໃນແຫຼມເກົາຫຼີ. ຄຳປະກາດດັ່ງກ່າວໄດ້ຍົກອອກມາໃນການໂອ້ລົມທາງໂທລະສັບລະຫວ່າງທ່ານ Chuck Hagel ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ, ທ່ານ Kim Kwan jin ເມື່ອວັນທີ 28/3. ທ່ານ Geogre Litte ໂຄສົກທຳນຽບ 5 ແຈ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ປຶກສາຫາລືກ່ຽວກັບສະພາບເຄັ່ງຕຶງໃນແຫຼມເກົາຫຼີ, ພ້ອມກັບແຜນການຜັນຂະຫຍາຍລະບົບຕີສະກັດລູກສອນໄຟໜ້າດິນຂອງອາເມລິກາ ແລະ ການຕີດຕັ້ງສະຖານີຕິດຕາມ ແລະ ເຕືອນໄພຣາດາ ເພື່ອແນໃສ່ຮັບມືກັບ ສປປເກົາຫຼີ. ທ່ານລັດຖະມົນຕີ Chuck Hagel ຢັ້ງຢືນຄືນໃໝ່ຫຼັກໝັ້ນຂອງອາເມລິກາ ໃນການໜູນຊ່ວຍການປ້ອງກັນປະເທດໃຫ້ ສເກົາຫຼີ, ໃນນັ້ນມີການຮັບມືກັບທຸກໆການນາບຂູ່ຂອງ ສປປ ເກົາຫຼີ.