ອາເມລິກາ ແລະ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມື ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
(VOVWORLD) -ວັນທີ 08 ກໍລະກົດ, ອົງການພັດທະນາສາກົນ ອາເມລິກາ (USAID) ແລະ ອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP) ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່່າດ້ວຍການໜູນຊ່ວຍການວິໄຈ ADN ແນໃສ່່ຢັ້ງຢືນຊື່ອັດຖິນິລະນາມ ທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຫວຽດນາມ.
ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່່າດ້ວຍການໜູນຊ່ວຍການວິໄຈ ADN |
ຕາມບົດບັນທຶກຊ່ວຍຈໍາດັ່ງກ່າວແລ້ວ, ອົງການ USAID ຈະສະໜອງບັນດາ ເຕັກໂນໂລຢີທັນສະໄໝ ແລະ ດີທີ່ສຸດໃຫ້ຫວຽດນາມ ເພື່ອວິໄຈ ADN, ຮ່ວມມືກັບຫວຽດນາມ ເພື່ອເພີ່ມທະວີປະສິດທິພາບ, ປະສິດທິຜົນຂອງບັນດາຫ້ອງວິໄຈຂອງຫວຽດນາມ. ໃນຂອບເຂດຂອງບົດບັນທຶກຊ່ວຍຈໍາສະບັບດັ່ງກ່າວ, USAID ຈະສົມທົບກັບ VNOSMP ເພື່ອອຸປະຖໍາແກ່ໂຄງການໃໝ່ ທີ່ແກ່ຍາວເປັນເວລາແຕ່ 3 – 5 ປີ ດ້ວຍງົບປະມານ ແມ່ນ 2,4 ລ້ານ USD. ໂຄງການດັ່ງກ່າວ ຈະໜູນຊ່ວຍ ຫວຽດນາມ ໃນການຊອກຫາ ແລະ ຢັ້ງຢືນຊື່ຂອງທະຫານ, ປະຊາຊົນ ຫວຽດນາມ ກວ່າ 20.000 ຄົນທີ່ຖືກຫາຍສາບສູນໃນປາງສົງຄາມ.