ອາ​ເມ​ລິ​ກາ ແລະ ອີ​ຣານ ​ອອກ​ຄຳ​ຖະ​ແຫຼງ​ບໍ່ກົງ​ກັນ​ກ່ຽວ​ກັບ​ເລື່ອງ ຈັບ​ຕົວ​ພົນ​ລະ​ເມືອງ

(VOVWORLD) -ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ ໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden  ເລີ່ມປຶກສາຫາລືກັບ ອີຣານ ກ່ຽວກັບເລື່ອງ ເຕເຮຣານ ກັກຂັງພົນລະເມືອງ ອາເມລິກາ ຈຳນວນໜຶ່ງ. 
ອາ​ເມ​ລິ​ກາ ແລະ ອີ​ຣານ ​ອອກ​ຄຳ​ຖະ​ແຫຼງ​ບໍ່ກົງ​ກັນ​ກ່ຽວ​ກັບ​ເລື່ອງ ຈັບ​ຕົວ​ພົນ​ລະ​ເມືອງ - ảnh 1ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ (ພາບ: AFP/TTXVN)

ວັນທີ 21 ກຸມພາ, ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ ໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden  ເລີ່ມປຶກສາຫາລືກັບ ອີຣານ ກ່ຽວກັບເລື່ອງ ເຕເຮຣານ ກັກຂັງພົນລະເມືອງ ອາເມລິກາ ຈຳນວນໜຶ່ງ. ກ່າວຄຳເຫັນໃນລາຍການ “Face the Nation” ຂອງ ວິທະຍຸ CBS, ທ່ານ Jake Sullivan ຢັ້ງຢືນວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden  ເລີ່ມຕິດຕໍ່ໂດຍກົງກັບ ອີຣານ ກ່ຽວກັບເລື່ອງ ກັກຂັງພົນລະເມືອງຈຳນວນໜຶ່ງຂອງ ອາເມລິກາ ແລ້ວ. ທ່ານ Jake Sullivan ເນັ້ນໜັກວ່າ ອາເມລິກາ ຈະບໍ່ປະໃຫ້ບັນຫານີ້ ແກ່ຍາວໄປຕື່ມອີກ ແລະ ບຸລິມະສິດຂອງອຳນາດການປົກຄອງໃນປັດຈຸບັນ ແມ່ນ ສົ່ງພົນລະເມືອງ ອາເມລິກາ ກັບຄືນເມືອປະເທດຢ່າງປອດໄພ.

        ໃນຂະນະນັ້ນ, ກ່ຽວກັບຝ່າຍ ອີຣານ, ໃນວັນດຽວກັນ, ທ່ານ Saeed Khatibzadeh ໂຄສົກຂອງກະຊວງການຕ່າງປະເທດ ອີຣານ ກໍ່ໄດ້ຢັ້ງຢືນວ່າ ວໍຊິງຕັນ ແລະ ເຕເຮຣານ ຍັງບໍ່ທັນມີການເຈລະຈາໂດຍກົງໃນບໍ່ວ່າຂົງເຂດໃດໆ. ໂຄສົກກະຊວງການຕ່າງປະເທດ ອີຣານ ກໍຊີ້ແຈ້ງວ່າ ບໍ່ວ່າການແລກປ່ຽນໃດໆລະຫວ່າງສອງປະເທດ ກ່ຽວກັບເລື່ອງພົນລະເມືອງ ອາເມລິກາ ຖືກກັກຂັງຢູ່ ອີຣານ ກໍລ້ວນແຕ່ໄດ້ປະຕິບັດຜ່ານ ສະຖານທູດ ສະວິດ - ເຊິ່ງເປັນອົງການຕາງໜ້າໃຫ້ແກ່ຜົນປະໂຫຍດຂອງ ອາເມລິກາ ຢູ່ ອີຣານ, ແທນໃຫ້ການແລກປ່ຽນໂດຍກົງ. ໄປຄຽງຄູ່ກັນນັ້ນ, ເຈົ້າໜ້າທີ່ທ່ານດັ່ງກ່າວ ກໍເນັ້ນໜັກວ່າ ບຸລິມະສິດຂອງ ອີຣານ ແມ່ນ ສົ່ງຄວາມເສລີໃຫ້ແກ່ພົນລະເມືອງ ອີຣານ ທີ່ຖືກກັກຂັງຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ