( vovworld ) - ຕອນເຊົ້າວັນທີ 29/2, ຄະນະຜູ້ແທນສະຖານທູດອາເມລິກາ ໂດຍທ່ານນາງ Clair Pierangelo, ອັກຄະລັດຖະທູດອາເມລິກາ ນຳໜ້າ, ໄດ້ມີການເຮັດວຽກກັບການນຳແຂວງ ກອນຕູມ. ທ່ານນາງ Clair Pierangelo ໄດ້ຕີລາຄາສູງປະສິດທິຜົນບັນດາໂຄງການໂດຍອົງການພັດທະນາສາກົນອາເມລິກາ ( USAID ) ອຸປະຖຳຜ່ານສອງອົງການ Helen Keller International ແລະ ອົງການ ໂດງໃຕໂຮ້ຍຫງົ້ ປະຕິບັດຢູ່ແຂວງ ກອນຕູມ ດ້ອຍຈຸດພົ້ນເດັ່ນແມ່ນໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ກິນນອນຊົນເຜົ່າເມືອງ ກອນໄຮ ແລະ ໂຄງການບຸລະນະສ້ອມແປງ, ກໍ່ສ້າງໂຮງຮຽນອະນຸບານ 25 ແຫ່ງ. ທ່ານນາງ Clair Pierangelo ປາດຖະໜາວ່າ, ອຳນາດການປົກຄອງທ້ອງຖິ່ນສືບຕໍ່ສະໜັບສະໜູນເພື່ອຜັນຂະຫຍາຍໂຄງການກໍ່ສ້າງໂຮງຮຽນ ປະຖົມຢູ່ນະຄອນ ກອນຕູມ ໃນປີ 2012 ນີ້ຢ່າງມີປະສິດທິຜົນ ແລະ ສະໜອງຂໍ້ມູນຂ່າວເພື່ອຊ່ວຍໃຫ້ນັກຮຽນໃນບໍລິເວນແຂວງເຂົ້າເຖິງໂຄງການຮໍ່າຮຽນຢູ່ອາເມລິກາ.
ທ່ານນາງຮອງປະທານຄະນະກຳມະການປະຊາຊົນແຂວງ ກອນຕູມ ເລທິກິມເດີນ ສະແດງຄວາມປາດຖະໜາຢາກຮັບເອົາບັນດາໂຄງການປົວແປ່ງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນເຂດຫ່າງໄກສອກຫຼິກ, ເຂດປະຊາຊົນບັນດາເຜົ່າສ່ວນນ້ອຍ ແລະ ໃນຂົງເຂດສຶກສາ, ສາທາລະນະສຸກ.