ອາແຊກບາຍຊານ,ຕວກກີ,ຈໍເຈ້ຍ,ເປີດນຳໃຊ້ເສັ້ນທາງລົດໄຟເຊື່ອມຕໍ່ອາຊີແລະເອີລົບ

(VOVWORLD) -ວັນທີ 30 ຕຸລາ, ບັນດາການນຳຂອງ Azerbaijan, ຕວກກີ, ຈໍເຈ້ຍ ໄດ້ເປີດນຳໃຊ້ເສັ້ນທາງລົດໄຟເຊື່ອມຕໍ່ 3 ປະເທດຢູ່ນະຄອນຫຼວງ Baku ຂອງ Azerbaijan. ເສັ້ນທາງລົດໄຟດັ່ງກ່າວເຊື່ອມຕໍ່ອາຊີກາງ ແລະ ເອີລົບ ຜ່ານເຂດ Caucasus.

ເລື່ອງເປີດນຳໃຊ້ເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງ Baku (ອາແຊກບາຍຊານ) – Tbilisi (ຈໍເຈ້ຍ) – Kars (ຕວກກີ) ມີຄວາມຍາວ 826 ກ.ມ ໄດ້ເປັນຂີດໝາຍ 10 ປີແຫ່ງການກໍ່ສ້າງສຳລັບໂຄງການດັ່ງກ່າວ, ອະນຸຍາດໃຫ້ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານລະຫວ່າງ 2 ທະວີບ. ເສັ້ນທາງລົດໄຟດັ່ງກ່າວສາມາດຂົນສົ່ງຜູ້ໂດຍສານ 1 ລ້ານເທື່ອຄົນ/ປີ ແລະ ສິນຄ້າ 6,5 ລ້ານໂຕນໃນໄລຍະເບື້ອງຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ