ອຳນາດການປົກຄອງ ປາແລັດສະຕິນ ຊຸກຍູ້ການຈັດຕັ້ງກອງປະຊຸມສັນຕິພາບສາກົນ ກ່ຽວກັບບັນຫາ ຕາເວັນອອກກາງ
(VOVWORLD) -ອຳນາດການປົກຄອງ ປາແລັດສະຕິນ (PA) ໄດ້ເລີ່ມດຳເນີນບັນດາຂັ້ນຕອນທາງການທູດ ເພື່ອແນໃສ່ຈັດຕັ້ງກອງປະຊຸມສາກົນໃນຕົ້ນປີ 2021 ກ່ຽວກັບວິວັດທະນາການສ້າງສັນຕິພາບກັບ ອິດສະຣາແອັນ.
ທ່ານ Riyad Mansour ທູດພິເສດຂອງອໍານາດການປົກຄອງ ປາແລັດສະຕິນ ປະຈຳ ສປຊ (ພາບ:Xinhua) |
ວັນທີ 28 ກັນຍາ, ອຳນາດການປົກຄອງ ປາແລັດສະຕິນ (PA) ໄດ້ເລີ່ມດຳເນີນບັນດາຂັ້ນຕອນທາງການທູດ ເພື່ອແນໃສ່ຈັດຕັ້ງກອງປະຊຸມສາກົນໃນຕົ້ນປີ 2021 ກ່ຽວກັບວິວັດທະນາການສ້າງສັນຕິພາບກັບ ອິດສະຣາແອັນ. ທ່ານ Riyad Mansour ທູດພິເສດຂອງອໍານາດການປົກຄອງ ປາແລັດສະຕິນ ປະຈຳ ສປຊ ໃຫ້ຮູ້ວ່າ ຝ່າຍນີ້ໄດ້ເລີ່ມດຳເນີນບັນດາຂັ້ນຕອນຫ້າງຫາກະກຽມກັບທ່ານເລຂານຸການໃຫຍ່ ສປຊ Antonio Gueterres ແລະ ບາງປະເທດອື່ນໆ ເພື່ອກຽມດຳເນີນການປຶກສາຫາລືກ່ຽວກັບກອງປະຊຸມສາກົນ, ການປຶກສາຫາລືດັ່ງກ່າວຈະຖືກຈັດຂຶ້ນ ໂດຍສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກປະຈຳ ສະພາຄວາມໝັ້ນຄົງ ສປຊ.