(vovworld) - ວັນທີ 20/12, ໃນບົດກາວປາໄສທຳອິດເຊິ່ງໄດ້ຖ່າຍຖອດສົດທາງໂທລະພາບ ນັບແຕ່ເກີດວິກິດການເມື່ອຕົ້ນເດືອນ 11, ທ່ານປະທານາທິບໍດີ ອູແກຼນ Viktor Yanukovych ໄດ້ຮຽກຮ້ອງຝ່າຍຕາເວັນຕົກ ຢື່ນຢູ່ນອກວິກິດການດ້ານການເມືອງຂອງປະເທດນີ້, ພາຍຫຼັງບັນດານັກການທູດອັນດັບໜຶ່ງຂອງເອີລົບ ແລະ ອາເມລິກາ ພົບປະກັບວົງການການນຳຝ່າຍຄ້ານ ແລະ ເຂົ້າຮ່ວມການແຫ່ຂະບວນປະທ້ວງ. ທ່ານປະທານາທິບໍດີ Viktor Yanukovych ຖືວ່າຂໍ້ຕົກລົງໜູນຊ່ວຍດ້ານການເງິນກັບ ມົດສກູ ບໍ່ໄປຝືນກັບຄວາມປາດຖະໜາຮ່ວມສຳພັນກັບສະຫະພາບເອີລົບ (EU) ຂອງອູແກຼນ, ແຕ່ທ່ານກໍ່ໃຫ້ຮູ້ວ່າ ປະເທດນີ້ອາດສາມາດເຂົ້າຮ່ວມບາງຂໍ້ມາດຕາຂອງພັນທະມິດພາສີໂດຍລັດເຊຍ ນຳໜ້າ ພາຍຫຼັງພິຈາລະນາບັນດາເອກະສານໂດຍກຸ່ມດັ່ງກ່າວສະໜອງ.