( vovworld ) - ວັນທີ 1/7, ຮົ່ງກົງ ສະເຫຼືມສະຫຼອງ 15 ປີ ແຫ່ງວັນກັບຄືນສູ່ການປົກຄອງຂອງຈີນ ດ້ວຍການເຂົ້າຮ່ວມຂອງທ່ານປະທານປະເທດ ຫູຈີນເທົ່າ. ກ່ອນນີ້ 15 ປີ, ຮົ່ງກົງ ຖືກມອບໂອນໃຫ້ຈີນ, ເປັນຂີດໝາຍສິ້ນສຸດກວ່າ 150 ປີແມ່ນຫົວເມືອງຂອງອັງກິດ. ກ່າວຄຳເຫັນທີ່ພິທີ່, ທ່ານປະທານປະເທດຈີນ ຫູຈີນເທົ່າ ໄດ້ຖືວ່າ, 15 ປີທີ່ຜ່ານມາ, ພາຍໄຕ້ທິດນຳທີ່ວ່າ “ ປະເທດໜຶ່ງສອງລະບອບ, ຊາວຮົ່ງກົງຄຸ້ມຄອງຮົ່ງກົງ ” ປະຊາຊົນຮົ່ງກົງ ໄດ້ຊົມໃຊ້ສິດປະຊາທິປະໄຕ ແລະ ເສລີຢ່າງກ້ວາງຂວາງທີ່ສຸດນັນແຕ່ກອນມາຮອດປະຈຸບັນ. ພາຍຫຼັງຖືກຜົນກະທົບຈາກວິກິດການການເງິນສາກົນ, ເສດຖະກິດຮົ່ງກົງ ພວມພັດທະນາຢ່າງໝັ້ນຄົງ, ສືບຕໍ່ແມ່ນສູນກາງການເງິນ, ການຄ້າ ແລະ ຂົນສົ່ງທາງທະເລສາກົນ, ຍາມໃດກໍ່ໄດ້ຮັບການຕີລາຄາວ່າ ແມ່ນພື້ນຖານເສດຖະກິດເສລີ, ເປີດປະຕູ ແລະ ມີການແກ່ງແຍ້ງທີ່ສຸດໃນທົ່ວໂລກ. ທ່ານປະທານປະເທດ ຫູຈີນເທົ່າ ຫວັງວ່າ, ໃນໄລໄຍະ 5 ປີທີ່ຈະມາເຖິງ ຮົ່ງກົງ ຈະມານະພະຍາຍາມຊຸກຍູ້ສັງຄົມກົມກຽວ, ມີສະຖຽນລະພາບ, ຍົກສູງການແກ່ງແຍ້ງ ແລະ ບຳລຸງສ້າງຜູ້ເກັ່ງກ້າສາມາດ.