ຮັດແໜ້ນຄວາມສາມັກຄີມິດຕະພາບຫວຽດນາມ- ອິນໂດເນເຊຍ
ທ່ານ ຫງວຽນດັງຕ້ຽນ ປະທານ ສະມາຄົມມິດຕະພາບຫວຽດນາມ- ອິນໂດເນເຊຍ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ |
(vovworld)- ແຕ່ວັນທີ 11 ຫາວັນທີ 15/1/2016, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ- ອິນໂດເນເຊຍໂດຍທ່ານ ຫງວຽນດັງຕ້ຽນ ປະທານ ສະມາຄົມມິດຕະພາບຫວຽດນາມ- ອິນໂດເນເຊຍ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອິນໂດເນເຊຍ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ສະມາຄົມມິດຕະພາບຂອງ 2 ປະເທດ, ພິເສດແມ່ນການຊົມເຊີຍເຫດການ ສະມາຄົມມິດຕະພາບອິນໂດເນເຊຍ - ຫວຽດນາມ ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ.
ວັນທີ 13/1, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ- ອິນໂດເນເຊຍໄດ້ເຮັດວຽກກັບ ສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ, 2 ຝ່າຍສະແດງຄວາມຫວັງຢາກຮ່ວມມືຢ່າງແໜ້ນແຟ້ນໃນອະນາຄົດ ເພື່ອປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນ, ເຊື່ອມຕໍ່ກັນໃນທຸກໆຂົງເຂດ.
ໃນວັນດຽວກັນ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ- ອິນໂດເນເຊຍໄດ້ເຂົ້າຢ້ຽມຄຳນັບ ແລະ ເຮັດວຽກກັບເຈົ້າຄອງນະຄອນຈາກາຕາ ແລະ ວິທະຍຸກະຈາຍສຽງແຫ່ງຊາດອິນໂດເນເຊຍ, ໄປຢ້ຽມຢາມສະຖານທູດຫວຽດນາມປະຈຳອິນໂດເນເຊຍ.