ຮັບປະກັນປະສິດທິຜົນໃນວຽກງານແຂ່ງຂັນ, ຍ້ອງຍໍ
(ພາບປະກອບ)
(vovworld) – ບັນດາກະຊວງ, ຂະແໜງການອົງການຈັດຕັ້ງມະຫາຊົນຕ້ອງສືບຕໍ່ປະຕິບັດໜ້າທີ່ຈຸດສຸມກ່ຽວກັບການປ່ຽນໃໝ່ວຽກງານແຂ່ງຂັນ, ຍ້ອງຍໍ ເຊິ່ງໄດ້ວາງອອກໃນຄຳສັ່ງຂອງກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຢ່າງແຮງ, ເຂັ້ມງວດ ແລະ ຄົບຊຸດກວ່າ. ຕາມຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມຜ່ານເຄືອຂ່າຍອີນເຕີແນດເຊື່ອມຊຶມຜັນຂະຫຍາຍຄຳສັ່ງດັ່ງກ່າວ ທີ່ຫາກໍ່ດຳເນີນໄປຢູ່ຮ່າໂນ້ຍ. ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ, ຜູ້ນຳອົງການ, ຫົວໜ່ວຍ ຕ້ອງຍົກສູງຄວາມຮັບຜິດຊອບໃນການຊີ້ນຳຂະບວນການແຂ່ງຂັນ, ຮັບປະກັນຄວາມແທດຈິງ, ມີປະສິດທິຜົນ; ຮັບຜິດຊອບດ້ານຄຸນນະພາບ, ປະສິດທິຜົນວຽກງານແຂ່ງຂັນ, ຍ້ອງຍໍ; ເສີມຂະຫຍາຍບົດບາດປະຈັນບານ, ເປັນແບບຢ່າງຂອງແຕ່ລະໜ່ວຍພັກ, ສະມາຊິກພັກ. ສືບຕໍ່ເຊື່ອມຊຶມ, ໂຄສະນາແນວທາງແຜນນະໂຍບາຍຂອງພັກ, ແນວຄິດຂອງປະທານໂຮ່ຈິມິນ, ນະໂຍບາຍກົດໝາຍຂອງລັດກ່ຽວກັບການແຂ່ງຂັນ, ຍ້ອງຍໍປີ 2013. ການພົບເຫັນ, ບຳລຸງສ້າງ, ສະຫຼຸບ ແລະ ທະວີຄູນແບບຢ່າງດີເດັ່ນໄດ້ຮັບຖືວ່າແມ່ນໜ້າທີ່ຈຸດສຸມໃນການປ່ຽນໃໝ່ວິທີການຈັດຕັ້ງຊີ້ນຳຂະບວນການແຂ່ງຂັນ, ຮັບປະກັນການປະຕິບັດທັງ 4 ຂອດດັ່ງກ່າວຢ່າງຄົບຊຸດ.