(vovworld) - ວັນທີ 02/01, ເຊິ່ງແມ່ນມື້ທຳອິດຂອງບັ້ນເຄື່ອນໄຫວຮັບເອົາຄຳຄິດຄຳເຫັນຈາກ ປະຊາຊົນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992 ເຊິ່ງຈະແກ່ຍາວຮອດວັນທີ 31/3. ຕາມມະຕິຕົກລົງໂດຍທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເຊັນປະກາດໃຊ້ໃນວັນທີ 28/12/2012, ເລື່ອງຮັບເອົາຄຳຄິດຄຳເຫັນຈາກປະຊາຊົນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992 ແມ່ນເພື່ອແນໃສ່ເສີມຂະຫຍາຍສິດເປັນເຈົ້າ, ລະດົມພູມປັນຍາ, ຄວາມສຸດຈິດສຸດໃຈຂອງປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ, ສະແດງໃຫ້ເຫັນເຈດຈຳນົງ, ຄວາມມຸ້ງມາດປາດຖະໜາຂອງປະຊາຊົນໃນການປັບປຸງລັດຖະທຳມະນູນປີ 1992, ຍົກສູງສະຕິຄວາມຮັບຮູ້ ແລະ ໜ້າທີ່ຮັບຜິດຊອບຂອງແຕ່ລະສ່ວນບຸກຄົນ, ອົງການ, ສຳນັກງານທີ່ມີຕໍ່ເລື່ອງປັບປຸງລັດຖະທຳມະນູນ ແລະ ປະຕີບັດລັດຖະທຳມະນູນ. ເລື່ອງປຶກສາຫາລື, ຮັບເອົາຄຳຄິດຄຳເຫັນຈາກປະຊາຊົນ ໄດ້ຮັບການຈັດຕັ້ງດ້ວຍວິທີທີ່ເໝາະສົມ, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນ ຫວຽດນາມ ທຸກຊັ້ນວັນນະທັງຢູ່ພາຍໃນ ແລະ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການປັບປຸງລັດຖະທຳມະນູນປີ 1992. ເລື່ອງຮັບເອົາຄຳຄິດຄຳເຫັນຈາກປະຊາຊົນຕ້ອງໄດ້ດຳເນີນໄປຢ່າງກວ້າງຂວາງ, ມີປະຊາທິປະໄຕ, ວິທະຍາສາດ, ເປີດເຜີຍ; ຮັບປະກັນໃຫ້ຖືກຕ້ອງຕາມລະດັບຄວາມຄືບໜ້າ, ຄຸນນະພາບ, ແທດຈິງ ແລະ ປະຢັດ. ຄຳຄິດຄຳເຫັນຈາກປະຊາຊົນ ຕ້ອງໄດ້ຮັບການລວບລວມ, ສະຫຼຸບຢ່າງຄົບຖ້ວນ, ຊັດເຈນ ແລະ ຄົ້ນຄ້ວາຮັບເອົາຄຳເຫັນ, ອະພິປາຍຢ່າງເຂັ້ມງວດເພື່ອສຳເລັດຮ່າງປັບປຸງລັດຖະທຳມະນູນປີ 1992. ບັນດາຮູບແບບຮັບເອົາຄຳຄິດຄຳເຫັນຈາກປະຊາຊົນລວມມີ: ການປະກອບຄຳເຫັນໂດຍກົງ ຫຼື ເປັນລາຍລັກອັກສອນສົ່ງເຖິງບັນດາອົງການ, ສຳນັກງານປຶກສາຫາລືຢູ່ທີ່ບັນດາກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ ຫຼືຜ່ານແວບໄຊເອເລກໂຕນິກຂອງສະພາແຫ່ງຊາດດ້ວຍລະຫັດ duthaoonline.quochoi.vn ແລະ ບັນດາພາຫະນະສື່ມວນຊົນ.