ຮ່ວມມືກໍ່ສ້າງ “ປ້ອມປ້ອງກັນ ມິດຕະພາບ, ດ່ານຊາຍແດນ ທີ່ກົມກຽວ” ບົນເຊັ້ນທາງຊາຍແດນຫວຽດນາມ - ຈີນ
(ພາບປະກອບ)
(vovworld) - ວັນທີ 25 ກັນຍາ, ປ້ອມປ້ອງກັນຊາຍແດນດ່າຍຊາຍແດນສາກົນ ລາວກາຍ (ຫວຽດນາມ) ແລະ ປ້ອມກວດກາປ້ອງກັນຊາຍແດນ (ຈີນ) ໄດ້ຈັດພິທີແຮກສ່ຽວ. ນີ້ແມ່ນຫົວໜ່ວຍທຳອິດໃນເສັ້ນຊາຍແດນຫວຽດນາມ - ຈີນ ຈັດຕັ້ງພິທີແຮກສ່ຽວ ເພື່ອແນໃສ່ປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດຫວຽດນາມ ກໍ່ສ້າງເສັ້ນຊາຍແດນທາງບົກຫວຽດນາມ - ຈີນ ສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາ.
11 ເນື້ອໃນໃນເອກະສານແຮກສ່ຽວ ສະແດງໃຫ້ເຫັນເຈດຕະນາດີ ພ້ອມກັນກໍ່ສ້າງປ້ອມປ້ອງກັນຊາຍແດນມິດຕະພາບທີ່ສະຫງົບສຸກ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວເຂົ້າ, ອອກເມືອງ, ການສົ່ງອອກ, ນຳເຂົ້າສິນຄ້າລະຫວ່າງ 2 ປະເທດຢ່າງສະດວກລະບາຍ ສ້າງເງື່ອນໄຂເພື່ອພັດທະນາເສດຖະກິດແຕ່ລະປະເທດ. ບົດບັນທຶນແຮກສ່ຽວ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືໃນການຄຸ້ມຄອງດ່ານຊາຍແດນ, ການຕໍ່ສູ້, ຕ້ານອາດຊະຍາກຳ; ພ້ອມກັນນຳການພົວພັນຮ່ວມມືດ້ານວິຊາການລະຫວ່າງ 2 ຝ່າຍໃຫ້ກາຍເປັນແບບຢ່າງໃນເສັ້ນຊາຍແດນທາງບົກຫວຽດນາມ - ຈີນ.