ຮ່ວມແຮງຮ່ວມໃຈປ້ອງກັນຕ້ານການສໍ້ລາດບັງຫລວງເພື່ອການພັດທະນາ
ທ່ານ ຮີ່ງຟອງແຈງ, ຫົວຫນ້າອົງການກວດກາລັດຖະບານ
ພາບ:thanhtra.com.vn
|
(vovworld)-ຕອນເຊົ້າວັນທີ 9/12, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດວັນປ້ອງກັນຕ້ານການສໍ້ລາດບັງຫລວງສາກົນ(9/12), ອົງການກວດການລັດຖະບານຫວຽດນາມ ໄດ້ຈັດຕັ້ງການພົບປະສົນທະນາ ພາຍໃຕ້ຫົວເລື່ອງວ່າ: “ຮ່ວມແຮງຮ່ວມໃຈປ້ອງກັນ,ຕ້ານການສໍ້ລາດບັງຫລວງເພື່ອການພັດທະນາ” ແລະ ວາງສະແດງບັນດາສິ່ງພິມກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງໃນຂອບເຂດປະເທດ, ພາກພື້ນ ແລະ ສາກົນ. ທີ່ການພົບປະສົນທະນາ, ບັນດາຄຳເຫັນປະກອບລ້ວນແຕ່ຖືວ່າ: ເພື່ອຍົກສູງປະສິດທິຜົນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ ຄວນມີການເຂົ້າຮ່ວມຂອງບັນດາອົງການ, ພາກສ່ວນໃນສັງຄົມ, ພິເສດແມ່ນການເຂົ້າຮ່ວມຂອງປະຊາຊົນໃນວົງຄະນາຍາດ. ກ່າວຄຳເຫັນທີ່ການພົບປະສົນທະນາ, ທ່ານ ຮີ່ງຟອງແຈງ, ຫົວຫນ້າອົງການກວດກາລັດຖະບານ ເນັ້ນຫນັກວ່າ:
“ໃນໄລຍະຜ່ານມາ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງບໍ່ທັນຕອບສະຫນອງຄວາມມຸ່ງມາດປາດຖະຫນາໄດ້. ສະນັ້ນ ພວກຂ້າພະເຈົ້າເຫັນວ່າ ໄລຍະຈະມາເຖິງ ຄວນສືບຕໍ່ສ້າງກົດໝາຍ, ກົນໄກນະໂຍບາຍໃຫ້ສົມບູນແບບ, ເອົາໃຈໃສ່ເຖິງຂົງເຂດສະດຸ້ງໄວເຄີຍເກີດການສໍ້ລາດບັງຫລວງ. ຄຽງຄູ່ກັນນັ້ນ ຜັນຂະຫຍາຍບັນດາມາດຕະການປ້ອງກັນເຫດຕາມທິດແທດຈິງຢ່າງມີປະສິດທິຜົນ.”