ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດປາກິດສະຖານ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດປາກິດສະຖານ - ảnh 1
ທ່ານ​ລັດຖະມົນຕີ​ ຟ້າ​ມບິ່ງ​ມິ​ງ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ການ​ຕ່າງປະ​ເທດ ປາ​ກິດ​ສະຖານ Amjad Hussain B.Sial
(ພາບ: VGP/HaiMinh)

(vovworld) –​ ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ປາ​ກິດ​ສະຖານ Amjad Hussain B.Sial. ຕອນ​ບ່າຍ​ວັນ​ທີ 19/8, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ຕັ້ງໜ້າ ຊຶ່ງ 2 ຝ່າຍບັນລຸ​ໄດ້​ທີ່​ກອງ​ປະຊຸມ​ທາ​ບທາມ​ການ​ເມືອງ, ພິ​ເສດ​ແມ່ນ​ເລື່ອງ 2 ຝ່າຍ​ໄດ້​ຍົກ​ອອກ​ຫລາຍ​ຂໍ້​ລິ​ເລີ່​ມ​ໃໝ່ ​ເພີ່​ອຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ ກໍ​ຄື​ບັນລຸ​ໄດ້​​ຄວາມ​ຮັບ​ຮູ້ລວມຫລາຍຢ່າງ ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ນະ​ໂຍບານ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການພັດທະນາ​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນມີ ປາ​ກິດ​ສະຖານ ​ແລະ ປາດ​ຖະໜາ​ວ່າ: 2 ຝ່າຍ​ຮ່ວມ​ມື​ກັນນຳ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ​ບັນລຸ​​​ໃຫ້​ໄດ້ 500 ລ້ານກ່ວາ USD.

           ທ່ານ​ Amjad Hussain B.Sial ​​ໄດ້​ຢືນຢັນ​ຄືນ​ອີກ​ເທື່ອ​ໜຶ່ງ​ວ່າ: ປາ​ກິດ​ສະຖານ ປາດ​ຖະໜາ​ຢາກ​ໃຫ້ 2 ປະ​ເທດ​ສືບ​ຕໍ່​​ຮ່ວມ​ມື, ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນຢູ່​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ,​ ກໍ​ຄື​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ອາຊີ.

           ​ແລະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ​ເມື່ອ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ປາ​ກິດ​ສະຖານ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈຸ​ງ ​ແລະ ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Amjad Hussain B.Sial ​ໄດ້​ເຫັນ​ດີ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ທາ​ບທາມ​ການ​ເມືອງ​ເທື່ອ​ທີ 1 ຢູ່​ຮ່າ​ໂນ້ຍ. ທີ່​ການ​ປະຊຸມ, 2 ຝ່າຍ​​ໄດ້ຢືນຢັນ​ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ແລະ ຮ່ວມ​ມື​ຮອບດ້ານ ຫວຽດນາມ - ປາ​ກິດ​ສະຖານ; ​ເຫັນ​ດີ​ເປັນ​ເອກະ​ພາບ​ຍົກ​ອອກ​ບັນດາ​ມາດ​ຕະການ​ລະອຽດ, ​ແທດ​ຈິງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ: ການ​ເມືອງ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ - ການ​ຄ້າ…

ຂ່າວ/ບົດ​ອື່ນ