ຮອງນາຍົກລັດຖະມົນຕີຟ້າມບີ່ງມີງພົບປະກັບປະທານາທິບໍດີVenezualaແລະລັດຖະມົນຕີການຕ່າງປະເທດອີຣານ
ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງທີ່ກອງປະຊຸຸມ
(ພາບປະກອບ)
|
(vovworld) - ວັນທີ 18/9, ຢູ່ນອກກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຢູ່ Margarita, ປະເທດ Venezuala, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ມີການພົບປະ 2 ຝ່າຍກັບທ່ານປະທານາທິບໍດີປະເທດເຈົ້າພາບ Venezuala Nicolas Maduro, ທ່ານລັດຖະມົນຕີການຕ່າງປະເທດ Venezuala Delcy Rodriguez ແລະ ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Ibrahim Al – Shaiker Al – Jafari. ທີ່ການພົບປະຄັ້ງຕ່າງໆກັບທ່ານປະທານາທິບໍດີ Venezuala Nicolas Maduro ແລະ ທ່ານລັດຖະມົນຕີການຕ່າງປະເທດ Delcy Rodriguez, 2 ຝ່າຍໄດ້ຢັ້ງຢືນວ່າ: ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງໃຫ້ແກ່ນ່້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ. 2 ຝ່າຍເຫັນດີເປັນເອກະສັນຈະຕັ້ງໜ້າປະຕິບັດບັນດາຄຳໝັ້ນສັນຍາ, ໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳຂັ້ນສູງ 2 ປະເທດ. 2 ຝ່າຍກໍ່ເຫັນດີເປັນເອກະສັນຈະຈັດກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານເພື່ອແລກປ່ຽນແຕ່ລະເນື້ອໃນຮ່ວມມືລະອຽດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ແລະ ການນຳ Venezuala ໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາ ອາຊຽນ ແລະ ທະເລຕາເວັນອອກ.
ທີ່ການພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Ibrahim Al – Shaiker Al – Jafari, 2 ຝ່າຍໄດ້້ເຫັນດີເປັນເອກະພາບເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຢູ່ 2 ປະເທດຊອກຫາ, ຄົ້ນຫາຕະຫຼາດຂອງກັນ.