ຮອງນາຍົກລັດຖະມົນຕີຟ້າມບິ່ງມິງ:ຫວຽດນາມ-ອາເມລິກາປະຕິບັດສຳເລັດການເຈລະຈາTPPໂດຍໄວ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງ:ຫວຽດນາມ-ອາເມລິກາປະຕິບັດສຳເລັດການເຈລະຈາTPPໂດຍໄວ - ảnh 1
ທ່ານ​ສະມາຊິກ​ສະພາ​ສູງ Benjamin Cardin ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ
(ພາບ: An Đăng/TTXVN)

(vovworld) – ​ທີ່​ການ​ຕ້ອນຮັບ​ທ່ານ​ສະມາ​ຊິກສະພາ​ສູງ Benjamin Cardin, ປະທານ​ອະນຸ​ກຳມະການ ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ ຂຶ້ນ​ກັບ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ ສະ​ພາ​ສູງ ອາ​ເມ​ລິ​ກາ, ວັນ​ທີ 27/5/2014, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ຊົມ​ເຊີຍ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ສະມາຊິກ​ສະພາ​ສູງ Benjamin Cardin ​ແລະ ຖື​ວ່າ: ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​​ການ​ພົວພັນ 2 ປະ​ເທດ​ພັດທະນາ​ຢ່າງ​ແຮງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ສະໜັບ​ສະ​ໜູນ ​ແລະ ຊຸກຍູ້​​, ເພີ່ມ​ທະວີ​ການແລ​ກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ, ຊຸກຍູ້​ລັດຖະບານ ອາ​ເມ​ລິ​ກາ ສືບ​ຕໍ່​ເປີດ​ຕະຫຼາດ​ນນຳ​ເຂົ້າ​ສິນຄ້າ ຫວຽດນາມ, ຫລຸດຜ່ອນ​ບັນດາ​ຮົ້ວ​ກີດຂວາງ​ດ້ານການ​ຄ້າ, ພິ​ເສດ​​ແມ່ນ​​ເຫດການຕ້ານ​ການ​ຂາຍ​ບູບລາຄາ, ຕ້ານ​ການ​ໜູນ​ຊ່ວຍ, ສືບ​ຕໍ່​ສະຫງວນ​ໃຫ້​ ຫວຽດນາມ ຄວາມ​ມີ​ໄຫວ​ພິບ ​ແລະ ການ​ປະພຶດ​ຕ່າງ​ຫາກ ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​​ເຂດ​ປະ​ຊີ​ຟິກ (TPP) ຄື​ດັ່ງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ. ທ່ານ​ສະມາຊິກ​ສະພາ​ສູງ Benjamin Cardin ສະ​ແດງ​ການ​ສະໜັບ​ສະ​ໜູນຄວາມ​ມານະ​ພະຍາຍາມ​ຂອງ 2 ຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ຄູ່​ຮ່ວມ​ມື​ຮອບດ້ານ​ຢ່າງ​ມີ​ປະສິດທິ​ຜົນ, ຫວັງ​ວ່າ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພ້ອມ​ກັບ​ບັນດາ​ປະ​ເທດ​ອື່ນ​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ TPP ​ໂດຍ​ໄວ, ຖື​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ເປີດ​ຕະຫຼາດ ​ແລະ ປ່ຽນ​ໃໝ່​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ. 2 ຝ່າຍ​ກໍ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ສະພາບການ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

 




ຂ່າວ/ບົດ​ອື່ນ